蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວຽກ​ງານ​ຈຸດ​​ສຸມ​ຂອ​ງວຽກ​ງານ​ຊົນ​ນະ​ບົດ, ກະ​ສິ​ກຳ ແລະ ຊາວ​ກະ​ສິ​ກອນ​ຈີນ​ໄດ້​ເກີດ​ມີ​ການ​ປ່ຽນ​ແປງ​ຄັ້ງ​ປະ​ຫວັດ​ສາດ

2021-09-23 15:17:25 CRI

ເນື່ອງ​ໃນ​ໂອ​ກາດ “ເທດ​ສະ​ການ​ເກັບ​ກ່ຽວ​ຂອງ​ຊາວ​ກະ​ສິ​ກອນ​ຈີນ” ຄັ້ງ​ທີ 4 ​ຈະໝູນ​ວຽນ​ມາ​ເຖິງ, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ ໄດ້​ຕາງ​ໜ້າ​ໃຫ້​ສູນ​ກາງ​ພັກ, ​ຖື​ເອົາ​ມື້​ບຸນ​ດັ່ງ​ກ່າວສະ​ແດງ​ຄວາມ​ຊົມ​ເຊີຍ ແລະ ​ສົ່ງຄວາມ​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​ຈິງ​ໃຈ​ເຖິງ​ຊາວ​ກະ​ສິ​ກອນ​ອັນ​ໄພ​ສານ​ໃນ​ທົ່ວ​ປະ​ເທດ ແລະ ພະ​ນັກ​ງານ​ທີ່​ສູ້​ຊົນ​ຜ່ານ​ຜ່າ​ໃນ​ວຽກ​ງານ​ຊົນ​ນະ​ບົດ, ກະ​ສິ​ກຳ ແລະ ຊາວ​ກະ​ສິ​ກອນ​ຈີນ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ຖ້າ​ຢາກ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ຊົນ​ຊາດ​ຈີນ, ຕ້ອງ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ຊົນ​ນະ​ບົດ​ກ່ອນ. ເມື່ອ​ກ້າວ​ເຂົ້າ​ສູ່​ຂະ​ບວນ​ໃໝ່​ໃນ​ການ​ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນ​ຮ້ອຍ​ປີ​ປະການ​ທີ 2 ຂອງ​ຈີນ, ວຽກ​ງານ​ຈຸດ​​ສຸມຂອ​ງວຽກ​ງານ​ຊົນ​ນະ​ບົດ, ກະ​ສິ​ກຳ ແລະ ຊາວ​ກະ​ສິ​ກອນ​ຈີນ​ໄດ້​ເກີດ​ມີ​ການ​ປ່ຽນ​ແປງ​ຄັ້ງ​ປະ​ຫວັດ​ສາດ, ຄື ໄດ້​ຫັນ​ປ່ຽນ​ໄປ​ສູ່​ການ​ຊຸກ​ຍູ້​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ຊົນ​ນະ​ບົດ​ຢ່າ​ງ​ຮອບ​ດ້ານ. ຄະ​ນະ​ພັກ ແລະ ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ​ຕ້ອງ​ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ທາງ​ນະ​ໂຍ​ບາຍ​ກ່ຽວ​ກັບ​ວຽກ​ງານ​ຊົນ​ນະ​ບົດ, ກະ​ສິ​ກຳ ແລະ ຊາວ​ກະ​ສິ​ກອນ​ຂອງ​ສູນ​ກາງ​ພັກ, ຍຶດ​ໝັ້ນ​​ການ​ພັດ​ທະ​ນາ​ກະ​ສິ​ກຳ​ແລະ​ຊົນ​ນະ​ບົດ​ເປັນ​​ວຽກບູ​ລິ​ມະ​ສິດ, ເລັ່ງ​ລັດ​ການ​ຫັນ​ກະ​ສິ​ກຳ ແລະ ຊົນ​ນະ​ບົດ​ເປັນ​ທັນ​ສະ​ໄໝ, ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະ​ສິ​ກອນ​ອັນ​ໄພ​ສານ​ໃຫ້​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຄຳ​ເຫັນ

0