ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຫວ່າງມໍ່ໆມານີ້,ວັກຊິນໂຄວິດ-19ທີ່ຈີນໄດ້ໃຫ້ການຊ່ວຍເຫຼືອນັ້ນ ກໍ່ໄດ້ຂົນສົ່ງໄປຮອດປະເທດອາຟຣິກາຕ່າງໆແລ້ວ ເຊັ່ນ:ບວກກີນາຟາໂຊ,ກົດດີວົວ,ເຄນຢາເປັນຕົ້ນ,ນອກນີ້ ກໍ່ມີກຳປູເຈຍ ແລະ ກູບາ ກໍ່ໄດ້ຮັບວັດຖຸອຸປະກອນການແພດຂອງຈີນແລ້ວເຊັ່ນກັນ.
ວັນທີ23ກັນຍານີ້ ໃນເວລາຕອບຄຳຖາມຂອງນັກຂ່າວໃນກອງປະຊຸມຖະແຫຼງຂ່າວ ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວວ່າ: ນັບມາຮອດປັດຈຸບັນນີ້,ຈີນໄດ້ສະໜອງວັກຊີນແລະນ້ຳຢາຜະລິດວັກຊີນ1,2ຕື້ຫຼອດໃຫ້ແກ່100ກວ່າປະເທດແລະອົງການຈັດຕັ້ງສາກົນ,ແລະສະໜອງວັດຖຸອຸປະກອນການແພດຕ້ານພະຍາດໂຄວິດ-19ໃຫ້ແກ່150ກວ່າປະເທດແລະອົງການຈັດຕັ້ງສາກົນ14ແຫ່ງແລ້ວ.ຈີນຍັງໄດ້ຕັ້ງໜ້າສະໜັບສະໜູນອົງການຕ່າງໆຂອງອົງການສະຫະປະຊາຊາດເສີມຂະຫຍາຍບົດບາດເທົ່າທີ່ຄວນໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19.
ທ່ານຈ້າວລີ້ຈ່ຽນກ່າວຕື່ມວ່າ: ນີ້ເປັນສັນຍະລັກຂອງສາຍພົວພັນໄມຕີຈິດມິດຕະພາບແລະຄວາມຮັກແພງທີ່ເລິກເຊິ່ງລະຫວ່າງຈີນກັບບັນດາປະເທດໃນໂລກ,ທັງເປັນການສ່ອງແສງໃຫ້ເຫັນຕົວຈິງວ່າ: ຈີນແລະບັນດາປະເທດຮ່ວມທຸກຮ່ວມສຸກ, ຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆນາໆ.
ຄຳເຫັນ
0