ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ21ກັນຍານີ້ ຫ້ອງການຖະແຫຼງຂ່າວພະແນກປ້ອງກັນຄວາມສະຫງົບແຂວງຢຸນນານຈີນໄດ້ແຈ້ງໃຫ້ຮູ້ວ່າ: ໃນເວລາ8ໂມງເຊົ້າມື້ດຽວກັນ,ເຮືອປະຕິບັດກົດໝາຍຂອງຈີນ3ລຳໄດ້ບີບແກສົ່ງສັນຍານໃຫ້ເຮືອແລ່ນອອກຈາກທ່າກວ່ນເຫຼີຍກິ່ງແຂວງສິບສອງພັ່ນນາ,ເພື່ອປະຕິບັດກົດໝາຍແລະລາດຕະເວນຮ່ວມຕາມລ້ອງແມ່ນ້ຳຂອງລະຫວ່າງຈີນ ລາວ ມຽນມາແລະໄທຄັ້ງທີ109 ເຊິ່ງຈະດຳເນີນໄປເປັນເວລາ4ວັນ3ຄືນ.
ຂ່າວແຈ້ງວ່າ, ຈີນ ລາວ ມຽນມາແລະໄທໄດ້ສົ່ງເຮືອປະຕິບັດກົດໝາຍ5ລຳເພື່ອເຂົ້າຮ່ວມ ການເຄື່ອນໄຫວເທື່ອນີ້,ຝ່າຍຈີນໄດ້ແລ່ນເຮືອອອກຈາກທ່າກວ່ນເຫຼີຍຈີນ,ສ່ວນຝ່າຍລາວໄດ້ແລ່ນເຮືອອອກຈາກດ່ານເມືອງເມິງ,ບັນດາປະເທດຕ່າງກໍ່ໄດ້ລາດຕະເວນເປັນແຕ່ລະໄລຍະແລ້ວຈຶ່ງເຕົ້າໂຮມກັນເປັນກອງລາດຕະເວນຮ່ວມເພື່ອສືບຕໍ່ປະຕິບັດໜ້າທີ່ທີ່ກ່ຽວຂ້ອງ.
ຄຳເຫັນ
0