黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ​ກັບ​​ ທ່ານ​ຫງວຽນ​ຟູ​​ຈ້ອງ

2021-09-24 15:36:32 cri

ວັນ​ທີ 24 ກັນ​ຍາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ການ​ພັກ​ກອມມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ​ໄດ້​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ​ກັບທ່ານ​ຫງວຽນ​ຟູ​​ຈ້ອງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ.

ທ່ານ​ສີ​ຈິ້ນ​ຜິງ ເນັ້ນ​ໜັກ​ວ່າ, ການ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ການ​ກຳ​ອຳ​ນາດຂອງ​ພັກ​ກອມ​ມູ​ນິດ​ແລະ​ຄວາມ​​ໝັ້ນ​ຄົງ​ຂອງ​ລະ​ບອບ​ສັງ​ຄົມ​ນິ​ຍົມ​ແມ່ນ​ຜົນ​ປະ​ໂຫຍດ​ຍຸດ​​ພື້ນ​ຖານ​ທາງທະ​ສາດ​ຮ່ວມ​ກັນ​ລະ​ຫວ່າງ​ຈີນ​ແລະ​ຫວຽດ​ນາມ. ຈີນ​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ສະ​ຫາຍ​ເລ​ຂາ​ທິ​ການ​ໃຫຍ່​ຫງວຽນ​ຟູ​ຈ້ອງ​ນຳ​ພາ​ພັກ​ແລະ​ປະ​ຊາ​ຊົນ​ຫວຽດ​ນ​າມ​ເດີນ​ຕາມ​ເສັ້ນ​ທາງ​ສັງ​ຄົມ​ນິ​ຍົມ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ​ປະ​ເທດ​ຕົນ, ບັນ​ລຸ​ເປົ້າ​ໝາຍ​ພັດ​ທະ​ນາ​ທີ່ກອງ​ປະ​ຊຸມ​ໃຫຍ່ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ຄັ້ງ​ທີ 13 ​ກຳ​ນົດ​ໄວ້. ສອງ​ຝ່າຍ​ຄວນ​ເລັ່ງ​ລັດການ​ພັດ​ທະ​ນາ​ການ​ເຊື່ອມ​ຈອດ​ກັນ​ທາງ​ດ້ານ​ຍຸດ​ທະ​ສາດ, ສ້າງ​ຈຸດ​ພົ້ນ​ເດັ່ນ​ໃໝ່​​ໃນ​ການ​ຮ່ວມ​ມື​ກັນ, ເຮັດ​ໃຫ້​ປະ​ຊາ​ຊົນ​ທັງ​ສອງ​ປະ​ເທດ​ມີ​ຄວາມ​ຮູ້​ສຶກ​ວ່າ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຫຼາຍກວ່​ເກົ່າ. ຈີນ​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ສັງ​ຄົມ​ໄດ້​ຮັບ​ການ​ພັດ​ທະ​ນາ.

ທ່ານ ຫງວຽນ​ຟູ​​ຈ້ອງ ​ໄດ້ຕີ​ລາ​ຄາ​ຢ່າງ​ສູງ​ຕໍ່​ຜົນ​ສຳ​ເລັດ​ອັນສຳ​ຄັນ​ທີ່​ຈີນ​ຍາດ​ມາ​ໄດ້​ໃນ​ຂົງ​ເຂດ​ຕ່າງໆ. ທ່ານ​ກ່າວ​ວ່າ: ຫວຽດ​ນາມ​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ແລະ​ຖື​ເອົາ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຫວຽດ​ນາມ-ຈີນ​ເປັນ​ວຽກ​ງານ​ບູ​ລິ​ມະ​ສິດ​ອັນ​ດັບ​ໜຶ່ງ​ແຕ່​ຕົ້ນ​ຕະ​ຫຼອດ​ປາຍ, ​ປະ​ເທດ​ຫວຽດ​ນາມ​ສະ​ແດງ​ຄວາມຂອບ​ໃຈ​​ປະ​ເທດ​ຈີນ​ທີ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ແລະ​ການ​ຊ່ວຍ​ເຫຼືອ​ອັນລ້ຳ​ຄ່າ​ແກ່​ຫວຽດ​ນາມ​ໃນ​​ການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ກໍ​ຄື​ການຟື້ນ​ຟູ​ການ​ພັດ​ທະ​ນາ​​ເສດ​ຖະ​ກິດ​ສັງ​ຄົມ. ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນຄວາມ​ຄິດ​ເຫັນ​ກັບ​ພັກ​ກອມ​ມູ​ນິດ​ຈີນ, ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ລົງ​ເລິກ​ການ​ຮ່ວມ​ມື, ຊຸກ​ຍູ້​ພາ​ລະ​ກິດ​​ການ​ພັດ​ທະ​ນາສັງ​ຄົມ​ນິ​ຍົມ​ແລະ​ການຫ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ບໍ່​ຢຸດ​ຢັ້ງ, ຮ່ວມ​ກັນ​ຊຸກ​ຍູ້​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ.

ຄຳ​ເຫັນ

0