李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະ​ສືບ​ຕໍ່​​ຕອບ​ໂຕ້​ຢ່າງ​ເດັດ​ດ່ຽວ​ແລະ​ແຂງ​ແຮງ​ຕໍ່​ອາ​ເມ​ຮິ​ກາ​ທີ່​ແຊກ​ແຊງ​ກິດ​ຈະ​ການ​ຮົງ​ກົງ

2021-09-25 16:15:14 cri

ໃນ​ກອງ​ປ​ະ​ຊຸມ​ຖະ​ແຫຼງ​ຂ່າວ​ປະ​ຈຳທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ກັນ​ຍານີ້, ທ່ານ ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຈ​ະ​ສືບ​ຕໍ່​ຕອບ​ໂຕ້ຢ່າງ​ເດັດ​ດ່ຽວ​ແລະ​ແຂງ​ແຮ​ງ​ຕໍ່​ອາ​ເມ​ຣິ​ກາ​ທີ່​ແຊກ​ແຊງ​ກິດ​ຈະ​ການ​ຮົງ​ກົງ.

ວັນ​ທີ 24 ກັນ​ຍານີ້, ເວັບ​ໄຊ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ໄດ້​ເປີດ​ເຜີຍ “ບັນ​ຊີ​ສະ​ພາບ​ຄວາມ​ເປັນ​ຈິງ​ກ່ຽວ​ກັບ​ອາ​ເມ​ຣິ​ກາ​ແຊກ​ແຊງ​ກິດ​ຈະ​ການ​ຮົງ​ກົງ ແລະ ສະ​ໜັບ​ສະ​ໜູນ​ອິດ​ທິ​ກຳ​ລັງ​ຕໍ່​ຕ້ານ​ຈີນ ແລະ ກໍ່​ຄວາມ​ວຸ້ນ​ວາຍ​ຢູ່​ຮົງ​ກົງ” ໂດຍ​ໄດ້​ສະຫຼຸບ​ການ​ກະ​ທຳ​ຕ່າງໆ​ຂອງ​ອາ​ເມ​ຣິ​ກາ​ທີ່​ແຊກ​ແຊງ​ກິດ​ຈະ​ການ​ຮົງ​ກົງ, ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ ລວມ​ທັງ​ການກໍ່​ການ​ຂວ້ຳ​ບາດ​ຢ່າງ​ບັງ​ອາດ, ໃສ່​ຮ້າຍ​ປ້າຍ​ສີ​ຕໍ່​ການ​ປະ​ຕິ​ບັດ​ງານ​ຂອງ​ອົງ​ການ​ປົກ​ຄອງ​ເຂດ​ພິ​ເສດ​ຮົງ​ກົງ, ເຂົ້າ​ຂ້າງ​ແລະ​ສະ​ໜັບ​ສະ​ໜູນ​ພວກ​ຕໍ່​ຕ້ານ​ຈີນ​ແລະ​ກໍ່​ຄວາມ​ວຸ້ນ​ວາຍ​ຢູ່​ຮົງ​ກົງ, ການ​ສົມ​ຮູ້​ຮ່ວມ​ຄິດ​ກັບຫຼາຍ​ຝ່າຍ​ເພື່ອ​ໃຊ້​ຄວາມ​ກົດ​ດັນ ແລະ​ອື່ນໆ​ຂອງ​ຝ່າຍ​ອາ​ເມ​ຣິ​ກາ​ນັບ​ແຕ່​ເຫດ​ການ “ປັບ​ປຸງ​ກົດ​ຂໍ້​ກຳ​ນົດ​ວ່າ​ດ້າຍ​ນັກ​ໂທດ​ທີ່​ໂຕນ​ໜີ” ເມື່ອ​ປີ 2019 ເປັນ​ຕົ້ນ​ມາ.

ທ່ານ ຈ້າວ​ລີ້​ຈ່ຽນ ຊີ້​ໃຫ້​ເຫັນ​ວ່າ: ອາ​ເມ​ຣິ​ກາ​ຄວນ​ເຄົາ​ລົບ​ອະ​ທິ​ປະ​ໄຕ​ຂອງ​ຈີນ​ຢ່າງ​ແທ້​ຈິງ, ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ສາ​ກົນ ແລະ ຫຼັກ​ມາດ​ຖານ​ພື້ນ​ຖານ​ຂອງ​ສາຍ​ພົວ​ພັນ​ລະ​ຫວ່າງ​ຊາດ, ຢຸດ​ຕິ​ການ​ແຊກ​ແຊງ​ກິດ​ຈະ​ການ​ຮົງ​ກົງ, ແລະ​ຢຸດ​ຕິ​ການ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ. ນອກນີ້, ອາ​ເມ​ຣິ​ກາ​ກໍ​ບໍ່​ຄວນ​ສະ​ໜັບ​ສະ​ໜູນ ແລະ ໃຫ້​ທ້າຍ​ຕໍ່​ອິດ​ທິ​ກຳ​ລັງ​ຕໍ່​ຕ້ານ​ຈີນ ແລະ ກໍ່​ຄວາມ​ວຸ້ນ​ວາຍ​ຢູ່​ຮົງ​ກົງ​ດ້ວຍ​ທຸກ​ຮູບ​ແບບ, ຖ້າ​ບໍ່​ດັ່ງ​ນັ້ນ, ຍ່ອມ​ຈະ​ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ອາ​ເມ​ຣິ​ກາ​ເອງ​ຢູ່​ຮົງ​ກົງ​ຢ່າງ​ໜັກ​ໜ່ວງໃນ​ທີ່​ສຸດ.

ຄຳ​ເຫັນ

0