吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ເຊີ້ນ​ໄຫ​ຊົງ​ກ່າວ​ວ່າ, ນາງ​ເມີ້ງ​ຫວານ​ໂຈ່ວ​ກັບຄືນປະ​ເທດ​ຊາດ​ ​ຊາວ​ເນັດ​​ສະ​ແດງ​ຄວາມຊົມ​ເຊີຍ​ຢ່າງ​ຟົດ​ຟື້ນ​ ​ພຽ​ງ​ແຕ່​ຜ່ານ​ສື່​ສັງ​ຄົມ​ອອນ​ລາຍ​ຂອງ CMG ກໍ່ຫຼາຍກວ່າປະ​ຊາ​ກອນ​ອາ​ເມ​ລິ​ກາບວກ​ກັບ​ກາ​ນາ​ດາ

2021-09-26 16:01:04 CRI

ທ່ານ​ເຊີ້ນ​ໄຫ​ຊົງ​ກ່າວ​ວ່າ, ນາງ​ເມີ້ງ​ຫວານ​ໂຈ່ວ​ກັບຄືນປະ​ເທດ​ຊາດ​ ​ຊາວ​ເນັດ​​ສະ​ແດງ​ຄວາມຊົມ​ເຊີຍ​ຢ່າງ​ຟົດ​ຟື້ນ​ ​ພຽ​ງ​ແຕ່​ຜ່ານ​ສື່​ສັງ​ຄົມ​ອອນ​ລາຍ​ຂອງ CMG ກໍ່ຫຼາຍກວ່າປະ​ຊາ​ກອນ​ອາ​ເມ​ລິ​ກາບວກ​ກັບ​ກາ​ນາ​ດາ_fororder_1127901854_16325900227991n


    ຕອນ​ເຊົ້າ​ວັນ​ທີ 26 ກັນ​ຍາ​ນີ້, ໃນ​ພິ​ທີ​ສ້າງ​ຕັ້ງ​ກອງ​ທຶນ​ເພື່ອ​ການ​ລົງ​ທຶນ​ດ້ານ​ອຸດ​ສາ​ຫະ​ກຳ​ສື່​ປະ​ສົມຂອງ CCTV ທີ່​​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ, ທ່ານ​ເຊີ້ນ​ໄຫ​ຊົງ ຮອງ​ຫົວ​ໜ້າ​ຄະ​ນະໂຄ​ສະ​ນາ​ອົບ​ຮົມ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ຜູ້​ອຳ​ນ​ວຍ​ການ​ໃຫຍ່​ ທັງ​ເປັນບັນ​ນາ​ທິ​ການ​ໃຫຍ່​ຂອງວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​​ກາງ​ຈີນຫຼື CMG ໄດ້​ກ່າວ​ວ່າ ການ​ຖ່າຍ​ທອດ​ສົດຢູ່ CCTV ກ່ຽວ​ກັບ​ນາງ​ເມີ້ງ​ຫວານ​ໂຈ່ນ​ກັບ​ຄືນ​ປະ​ເທດ​ຊາດ ໄດ້​​ມີ​ສຽງ​ຕອບ​ຮັບ​ຢ່າງ​ຟົດ​ຟື້ນ​ຫຼາຍ​ທີ່​ສຸດ, ພຽງ​ແຕ່​ຢູ່​ເວ​ທີ​ສື່​ສັງ​ຄົມ​ອອກ​ລາຍ​ຂອງ CMG ,ກໍ່​ມີຈຳ​ນວນຊາວ​ເນັດ​ສະ​ແດງ​ຄວາມ​ຊົມ​ເຊີຍ 400 ລ້ານເທື່ອ​ຄົນ ​ ​ເຊິ່ງຫຼາຍກວ່າ​ຈຳ​ນວນ​ປະ​ຊາ​ກອນ​ຂອງ​ອາ​ເມ​ລິ​ກາ ບວກ​ກັບ ​ກາ​ນາ​ດາ.


    “ນີ້​ແມ່ນ​ຄວາມ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຊົນ, ແມ່ນ​ກຳ​ລັງ​ແຮງ​ຂອງ​ປະ​ຊາ​ຊົນ!” ທ່ານ​ເຊີ້ນ​ໄຫ​ຊົງ​ກ່າ​ວ​ວ່າ, ນາງ​ເມີ້ງ​ຫວານ​ໂຈ່ວ​ສາ​ມາດ​ກັບ​ຄືນ​ສູ່​ປະ​ເທດ​ຈີນ, ໄດ້​ສະ​ແດງໃຫ້​ເຫັນ​ເຖິງ​ທັດ​ສະ​ນະ​ກຳ​ອຳ​ນາດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​​ທີ່​ເຄົາ​ລົບ​ປະ​ຊາ​ຊົນ​ຢ່າງ​ເຕັມ​ສ່ວນ, ເປັນ​ແບບ​ຢ່າງ​ທີ່​ມີ​ຊີ​ວິດ​ຊີ​ວາ​ທີ່​ສຸດ​ຂອງ​ແນວ​ຄິດ​ການ​ພັດ​ທະ​ນາ​ທີ່​ຖື​ປະ​ຊາ​ຊົນ​ເປັນ​ສູນ​ກາງ​ໃນ​ຍຸກ​ສະ​ໄໝ​ໃໝ່. “ການ​ນຳ​ພາ​ອັນ​ໝັ້ນ​ແກ່ນ​ຂອງ​ພັກ​ແມ່ນ​ເສົ້າ​ຄ້ຳ​ທີ່​ໝັ້ນ​ແກ່ນ​ໃຫ້​ກັບ​ປະ​ຊາ​ຊົນ​ຈຳ​ນວນ 1,4 ຕື້​ຄົນ, ປະ​ເທດ​ຊາດ​ທີ່​ເຂັ້ມ​ແຂງ​ແມ່ນ​ເສົາ​ຄ້ຳ​ອັນ​ໝັ້ນ​ແກ່ນ​ໃຫ້​ປະ​ຊາ​ຊົນ​ຈີນ.”

ຄຳ​ເຫັນ

0