覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຜີຍ​ແຜ່ປຶ້ມ​ປົກ​ສີ​ຟ້າ​ຂອງ​ກອງ​ປະ​ຊຸມ​ອິນ​ເຕີ​ເນັດ​ໂລກ2021

2021-09-27 11:33:12 cri

ເຜີຍ​ແຜ່ປຶ້ມ​ປົກ​ສີ​ຟ້າ​ຂອງ​ກອງ​ປະ​ຊຸມ​ອິນ​ເຕີ​ເນັດ​ໂລກ2021_fororder_蓝皮书1
 

   ພິ​ທີ​ຖະ​ແຫຼງ​ຂ່າວ​ກ່ຽວ​ກັບປຶ້ມ​ປົກ​ສີ​ຟ້າ​ຂອງ​ກອງ​ປະ​ຊຸມ​ອິນ​ເຕີ​ເນັດ​ໂລກ2021ໄດ້​ຈັ​ດ​ຂຶ້ນ​ຢູ່​​ເມືອງ​ອູ​ເຈີ້ນ ແຂວງ​ເຈີ້​ຈ່ຽງ ສ​ປ ຈີນ​ໃນ​ຕອນ​ບ່າຍ​ວັນ​ທີ 26 ກັນ​ຍາ​ນີ້, ​ນັບ​ແຕ່​ປີ2017ເປັນ​ຕົ້ນ​ມາ, ກອງ​ປະ​ຊຸມ​ອິນ​ເຕີ​ເນັດ​ໂລກ​ໄດ້​ເຜີຍ​ແຜ່ປຶ້ມ​ປົກ​ສີ​ຟ້າ​ໃຫ້​ທົ່ວ​ໂລກ​ໄດ້​ຮັບ​ຊາບ​ມາ​ເປັນ​ເວ​ລາ 4 ປີ​ຕິດ​ຕໍ່​ກັນ​ແລ້ວ ເຊິ່ງ​ເປັນ​ໝາກ​ຜົນ​ສຳ​ຄັນ​ອັນ​ໜຶ່ງ​ໃນ​ການ​ຄົ້ນ​ຄວ້າ​ດ້ານ​ທິດ​ສະ​ດີ​ແລະ​ພຶດ​ຕິ​ກຳ​ຕົວ​ຈິງ​ຂອງກອງ​ປະ​ຊຸມ​ນີ້, ທັງ​ເປັນ​ກິດ​ຈະ​ກຳ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ສຳ​ລັບ​ຂົງ​ເຂດ​ຄົ້ນ​ຄວ້າ​ອິນ​ເຕີ​ເນັດ​ສາ​ກົນ ເຊິ່ງ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງກວ້າງ​ຂວາງ​ຈາກ​ທັງ​ພາຍ​ໃນ​​ປະ​ເທດ​ຈີນແລະ​ຕ່າງ​ປະ​ເທດ.
 

ເຜີຍ​ແຜ່ປຶ້ມ​ປົກ​ສີ​ຟ້າ​ຂອງ​ກອງ​ປະ​ຊຸມ​ອິນ​ເຕີ​ເນັດ​ໂລກ2021_fororder_蓝皮书2
 

ປຶ້ມ​ປົກ​ສີ​ຟ້າ​ໃນ​ຫົວ​ຂໍ້ “ບົດ​ລາຍ​ງານວ່າ​ດ້ວຍ​ການ​ພັດ​ທະ​ນາ​ອິນ​ເຕີ​ເນັດ​ຈີນ2021”ໄດ້​ປະ​ເມີ​ນ​ຜົນ​ໃນ 6 ດ້ານ​ກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ອິນ​ເຕີ​ເນັດ​​ຢູ່ 31 ແຂວງ, ເຂດ​ປົກ​ຄອງ​ຕົນ​ເອງ​ແລະ​ກຳ​ແພງ​ນະ​ຄອນ​ໃນ​ທົ່ວ​ປະ​ເທດ​ຈີນ ເຊິ່ງ​ຜົນ​ການ​ປະ​ເມີນ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ຈັດ​ອັນ​ດັບ​ໂດຍ​ສັງ​ລວມ​ແຕ່​ອັນ​ດັບ​ 1 ຫາ 3 ​ມີ​ດັ່ງ​ນີ້: ປັກ​ກິ່ງ, ແຂວງກວາງ​ຕຸ້ງ​ແລະ ​ຊຽງ​ໄຮ້.
 

   ປຶ້ມ​ປົກ​ສີ​ຟ້າໃນ​ຫົວ​ຂໍ້ “ບົດ​ລາຍ​ງານ​ວ່າ​ດ້ວຍ​ການ​ພັດ​ທະ​ນາ​ອິນ​ເຕີ​ເນັດ​ໂລກ2021”ໄດ້​ສຸມ​ໃສ່ພຶດ​ຕິ​ກຳ​ຕົວ​ຈິງ​ແຫ່ງ​ການ​ພັດ​ທະ​ນາ​ອິນ​ເຕີ​ເນັດ​ໂລກ​ໃນ​ດ້ານ​ເຕັກ​ນິກ​ໃໝ່,ການ​ປະ​ຍຸກ​ໃໝ່,ການ​ພັດ​ທະ​ນາ​ໃໝ່ແລະ​ບັນ​ຫາ​ໃໝ່, ທັງ​ໄດ້​ເລືອກ​ປະ​ເມີນ​ຜົນ​ແລະ​ການ​ຈັດ​ອັນ​ດັບ​ຂອງ 48 ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ໂລກ ເຊິ່ງ​ຜົນ​ການ​ຈັດ​ອັນ​ດັບ​ມີ​ຄື: ອາ​ເມ​ຣິ​ກາ​ເປັນ​ອັນ​ດັບ 1, ຈີນ ອັນ​ດັບ 2, ອັງ​ກິດ ອັນ​ດັບ 3, ເຢຍ​ລະ​ມັນ ອັນ​ດັບ4 ແລະ​ກາ​ນາ​ດາ ອັນ​ດັບ 5.

ຄຳ​ເຫັນ

0