覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

COP15ຈະ​ຊຸກ​ຍູ້​ໃຫ້​ສ້າງຂອບ​ດຳ​ເນີນ​ງານ​ດ້ານ​ຊີ​ວະ​ພາ​ນາ​ນາ​ພັນ​ຂອງ​ໂລກ​ຫຼັງ​ປີ2020

2021-09-27 11:39:05 cri

COP15ຈະ​ຊຸກ​ຍູ້​ໃຫ້​ສ້າງຂອບ​ດຳ​ເນີນ​ງານ​ດ້ານ​ຊີ​ວະ​ພາ​ນາ​ນາ​ພັນ​ຂອງ​ໂລກ​ຫຼັງ​ປີ2020_fororder_生物多样性1
 

    ວັນ​ທີ 26 ກັນ​ຍາ​ນີ້, ກິດ​ຈະ​ກຳ​ໂຄ​ສະ​ນາ “ນັດ​ພົບ​ກັນ​ທີ່ກອງ​ປະ​ຊຸມ​ພາ​ຄີ​ສັນ​ຍາ​ວ່າ​ດ້ວຍ​ຊີ​ວະ​ນາ​ນາ​ພັນ​ຄັ້ງ​ທີ 15 ຫຼື  COP15” ພາຍ​ໃນ​ຫົວ​ຂໍ້ “ໂລກຊີ​ວະ​ນາ​ນາ​ພັນທີ່ຍືນ​ຍົງ​ຄົງ​ຕົວ​ຕະຫຼອດການ”​ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ ສ​ປ​ຈີນ. ທ່ານ​ຫວງ​ຢຸ້ນ​ຊິວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ນິ​ເວດ​ວິ​ທະ​ຍາ​ແລະ​ສິ່ງ​ແວດ​ລ້ອມ​ຈີນ​ກ່າວ​ວ່າ: ກອງ​ປະ​ຊຸມ​ໄລ​ຍະ​​ທີ 1 ຂອງ COP15 ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 11 ຕຸ​ລາ​ໜ້າ​ນີ້​ຢູ່​ນະ​ຄອນ​ຄຸນ​ມິງ ແຂວງ​ຢູນ​ນານ ໂດຍ​ຈະ​ປຶກ​ສາ​ຫາ​ລື​ກັນ​ຢ່າງກວ້າງ​ຂວາງ​ກ່ຽວ​ກັບ​ເປົ້າ​ໝາຍ​ໃຫຍ່​ຂອງ​ຊີ​ວະ​ນາ​ນາ​ພັນ​ຂອງ​ໂລກ​ປີ2030 ເພື່ອ​ຊຸກ​ຍູ້​ໃຫ້​ສ້າງ​ຂອບ​ດຳ​ເນີນ​ງານ​ດ້ານ​ຊີ​ວະ​ນາ​ນາ​ພັນ​ຂອງ​ໂລກຫຼັງ​ປີ2020ທີ່​ມີ​ຄວາມ​ດຸນ​ດ່ຽງ​ຮອບ​ດ້ານ,ມີ​ຄວາມ​ເຂັ້ມ​ແຂງ​ແລະ​ຄວາມ​ສາ​ມາດ​​ຈັດ​ຕັ້ງປະ​ຕິ​ບັດ​ໄດ້. ການ​ເປີດ​ກິດ​ຈະ​ກຳ​ໂຄ​ສະ​ນາ “ນັດ​ພົບ​ກັນ​ທີ່COP15”ມີ​ຈຸດ​ປະ​ສົງ​ເພື່ອ​ເຮັດ​ໃຫ້​ປວງ​ຊົນ​​ມີຄວາມ​ຮູ້​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບຄວາມ​ສິ​ວິ​ໄລ​ດ້ານ​ນິ​ເວດ​ແລະ​ວິ​ທະ​ຍາ​ສາດ​ດ້ານ​ສິ່ງ​ແວດ​ລ້ອມ​ເພີ່ມ​ຂຶ້ນ,ດຶງ​ດູດ​ແລະ​ປຸກ​ລະ​ດົມ​ໃຫ້​ວົງ​ການ​ຕ່າງໆ​ໃນ​ສັງ​ຄົມ​ມີ​ສ່ວນ​ຮ່ວມ​ໃນ​ການ​ອະ​ນຸ​ລັກ​ຊີ​ວະ​ນາ​ນາ​ພັນ, ຊຸກ​ຍູ້​​ໃຫ້ປະ​ຊາ​ຄົມ​ໂລກ​ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊີ​ວິດ​​ເທິງ​ໜ່ວຍ​ໂລກ

ຄຳ​ເຫັນ

0