郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ສົ່ງ​ສານ​ຊົມ​ເຊີຍ​ທ່ານ​ຈູ​ລີ້​ລູນ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປ​ະ​ທານ​ພັກ​ກົກ​ມິນ​ຕັງ​ຈີນ

2021-09-27 14:46:17 cri

ວັນ​ທີ26ກັນ​ຍານີ້ ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງ​ທ່ານ​ຈູ່​ລີ້​ລູນ​ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປ​ະ​ທານ​ພັກ​ກົກ​ມິນ​ຕັງ​ຈີນ,​ໃນ​ສານ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ລະ​ບຸ​ວ່າ: ໃນ​ໄລ​ຍະ​ຜ່ານ​ມາ ສອງ​ພັກ​ພວກ​ເຮົາໄດ້​ໄປ​ມາ​ຫາ​ສູ່​ກັນ​ເປັນ​ຢ່າງ​ດີ​ໂດຍ​ອີງ​ໃສ່​ພື້ນ​ຖານ​ການ​ເມືອງ​ຮ່ວມ​ກັນ​ທີ່​ຍຶດ​ໝັ້ນ“ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັ​ນໃນ​ປີ1992”ແລະ​ຄັດ​ຄ້ານ“ການ​ແຍກໄຕ້​ຫວັນ​ເປັນ​ເອ​ກະ​ລາດ”,ສອງ​ຝ່າຍ​ໄດ້ຊຸກ​ຍູ້​​ໃຫ້ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ​ຂະ​ຫຍາຍ​ຕົວ​ໂດຍ​ສັນ​ຕິ,ເພື່ອສ້າງ​ຄວາມ​ສຸກ​ໃຫ້​ແກ່​ພີ່​ນ້ອງ​ຮ່ວ​ມ​ຊາດ​ສອງ​ຝັ່ງ​​ຊ່ອງ​ແຄບ​ໄຕ້​ຫວັນ,ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ອັນ​ໂດດ​ເດັ່ນ​ທີ່​ປະ​ຈັກ​ຕາ​ຊາວ​ໂລກ.ຫວັງ​ວ່າສອງ​ພັກ​ຈະ​ເບິ່ງກວ້າງມອງ​​ໄກ,ຍຶດໝັ້ນ​ພື້ນ​ຖານການ​ເມືອງ​ຮ່ວມກັນ,ຍຶດ​ໝັ້ນ​​ຜົນ​ປະ​​ໂ​ຫຍດ​ຂອງຊົນ​ຊາດ,ສະ​ແຫວງ​ຫາ​ຄວາມ​ສຸກ​ໃຫ້​ແກ່​ພີ່​ນ້ອງ​ຮ່ວມ​ຊາ​ດ,ສະ​ແຫວງ​ຫາ​ສັນ​ຕິ​ພາບ​ໃຫ້ຊ່ອງ​ແຄບ​ໄຕ້​ຫວັນ,ສະ​ແຫວງ​ຫາ​ການ​ເຕົ້າ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ກັນ,ສະ​ແຫວງ​ຫາ​​ການ​ສ້າງຄວາມ​ຈະ​ເລີນ​ຮຸ່ງ​ເຮື​ອງໃຫ້​ກັບ​ຊົນ​ຊາດ.

ມື້​ດຽວ​ກັນ,ທ່ານ​ຈູ່​ລີ້​ລູນ ​ປະ​ທານ​ພັກ​ກົ​ກ​ມິນ​ຕັງ​ຈີນ​ກໍ່ໄດ້​ສົ່​ງ​ສານ​ສະ​ແດງ​ຄວາມ​ຂອບ​ໃຈທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ. ໃນ​ສານ​ຂອງທ່ານ​ຈູ່​ລີ້​ລູນ​ລະ​ບຸ​ວ່າ: ປະ​ຊາ​ຊົນ​ສອງ​ຝັ່ງ​ຊ່ອງ​ແຄບ​ເປັນ​ລູກ​ຫຼານ​​ຂອງບັນ​ພະ​ບຸ​ລຸດ​ດຽວ​ກັນ, ​ຫວັງວ່າສອງ​ພັກ​ຈະ​ຍຶດ​ໝັ້ນ​ພື້ນ​ຖານ“ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັ​ນໃນ​ປີ1992”ແລະຄັດ​ຄ້ານ​“ການ​ແຍກໄຕ້​ຫວັນເປັນ​ເອ​ກະ​ລາດ”,ເພີ່ມຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ເຊື່ອມ​ໂຍງ​ເຂົ້າ​ກັນ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະການ​ຮ່ວມ​ມື​ກັນ,ຊຸກ​ຍູ້​ໃຫ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ​ຂະ​ຫຍາຍ​ຕົວ​ໄປ​ໜ້າ​ເພື່ອ​ສັນ​ຕິ​ພາບ,ພ້ອມ​ກັນ​ສ້າງ​ຄ​ວາມ​ສຸກ​ໃຫ້​ປະ​ຊາ​ຊົນ​ສອງ​ຝັ່ງ​ຊ່​ອງ​ແຄບ,ຊຸກ​ຍູ້​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ຊ່ອງ​ແຄບ​ໄຕ້​ຫວັນ.

ຄຳ​ເຫັນ

0