吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເທດ​ສະ​ການ​​ກາ​ຕູນສາ​ກົນ​ຈີນ​ຄັ້ງ​ທີ 17 ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 29 ກັນ​ຍາ​ນີ້

2021-09-27 15:26:55 cri

     ເທ​ດ​ສະ​ການ​ກາ​ຕູນ​ສາ​ກົນ​ຈີ​ນ​ຄັ້ງ​ທີ 17ຈະ​ໄຂ​ຂຶ້​ນ​ຢູ່​ນະ​ຄອນ​ຫາງ​ໂຈ​ວ່​ແຂວງ​ເຈີ້​ຈ່ຽງ ສ​ປ ຈີນ​ໃນ​ວັນ​ທີ 29 ກັນ​ຍາ​ ຫາ ວັນ​ທີ 4 ຕຸ​ລາ 2021​ໜ້າ​ນີ້. ເທດ​ສະ​ການ​ດັ່ງ​ກ່າວ​ແມ່ນ​ສ​ະ​ຖາ​ນີ​ໂທ​ລະ​ພາບ​ສູນ​ກາງ​ຈີນ, ກົມ​ໃຫຍ່​ໂທ​ລະ​ພາບ​ວິ​ທະ​ຍຸ​ແຫ່ງ​ຊາດ​ຈີນ ແລະ​ອົງ​ການ​ປົກ​ຄອງ​ແຂວງ​ເຈີ້​ຈ່ຽງ​ຮ່ວມ​ກັນ​ເປັນ​ເຈົ້າ​ພາບ, ໂດຍ​ຈະ​ຈັດກິດ​ຈະ​ກຳ​ຕ່າງໆ, ເຊັ່ນ: ​ການ​ວາງ​ສະ​ແດງ, ເວ​ທີ​ປຶກ​ສາ​ຫາ​ລື, ການ​ຮ່ວມ​ມື​ດ້ານ​ການ​ຄ້າ ແລະ​ອື່ນໆ, ເພື່ອ​ເພີ່ມ​ທະ​ວີ​ການ​ຕິດ​ຕໍ່​ພົວ​ພັນ ແລະ​ການ​ແລກ​ປ່ຽນ​ລະ​ຫວ່າງວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ ແລະ​ວິ​ສາ​ຫະ​ກິດ​ກາ​ຕູນ ແລະ​ຮູບ​ເງົາ-ໂທ​ລະ​ພາບ​ຈີນ.

    ນັບ​ແຕ່ປີ 2005 ເປັນ​ຕົ້ນ​ມາ, ເທດ​ສະ​ການ​​ກາຕູນ​ສາ​ກົນ​ຈີນ​ໄດ້​ດຶງ​ດູດ 80 ກວ່າ ປະ​ເທດ ແລະ​ເຂດ​ແຄວ້ນ​ທີ່​ມາ​ຈາກ 5 ທະ​ວີບ​ທົ່ວ​ໂລກ​ເຂົ້າ​ຮ່ວມ, ວິ​ສາ​ຫະ​ກິດ ແລະ​ອົງ​ການ​ທີ່​ເຂົ້າ​ຮ່ວມ​ເທດ​ສະ​ການ​ທັງ​ໝົດ​​ມີຫລາຍກວ່າ 1,7 ໝື່ນ​ແຫ່ງ, ຍອດມູນ​ຄ່າ​ການ​ຄ້າ​ຂາຍ​ມີ​ປະ​ມານ 170 ຕື້ຢວນ, ເປັນ​ເທດ​ສະ​ການ​​ກາ​ຕູນ​ໂດຍ​ສະ​ເພາະ​ທີ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ, ໄດ້​ຮັບ​ຄວາມ​ນິ​ຍົມ​ຫລາຍ​ທີ່​ສຸດ ແລະ​ມີ​ອິ​ທິ​ພົນ​ຫລາຍ​ທີ່​ສຸດ​ຢູ່​ພາຍ​ໃນ​ປະ​ເທດ​ຈີນ, ​ເປັນ​ການ​ສືບ​ຕໍ່ນຳ​ພາ​ທິດ​ທາງ​ການ​ພັດ​ທະ​ນາ​​ຂອງ​ຂະ​ແຫນງ​ການ​​ກາ​ຕູນ​ໄດ້​ຢ່າງ​ຕໍ່​ເນື່ອງ.

图片默认标题_fororder_动漫

图片默认标题_fororder_动漫2

图片默认标题_fororder_动漫3

图片默认标题_fororder_动漫4

图片默认标题_fororder_动漫5

 

ຄຳ​ເຫັນ

0