吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ວາງ​ຢີ້​ກ່າວ​ຄຳ​ປາ​ໄສ​ຕໍ່​ກອງ​ປະ​ຊຸມ​ “ບົດ​ບາດ​ຂອງ​ຈີນ​ຢູ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ” ດ້ວຍ​ຮູບ​ແບບ​ຜ່ານທາງ​ວິ​ດີ​ໂອ

2021-09-28 11:54:30 CRI

    ວັນ​ທີ 27 ກັນ​ຍາ​ນີ້, ທ່ານ​ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ຕໍ່​ກອງ​ປະ​ຊຸມ​ “ບົດ​ບາດ​ຂອງ​ຈີນ​ຢູ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ” ດ້ວຍ​ຮູບ​ແບບ​ຜ່ານ​ທາງ​ວິ​ດີ​ໂອ.


    ທ່ານ​ວາງ​ຢີ້​ກ່າວ​ວ່າ, ປີ​ນີ້​ແມ່ນ​​ປີ​ທີ່ສ​ປຈີນ​ຟື້ນ​ຟູ​ທີ່​ນັ່ງທີ່​ຊອບ​ດ້ວຍ​ກົດ​ໝາຍ​ຢູ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄົບ​ຮອບ 50 ປີ. ​ໃນ​ໄລ​ຍະ 50 ປີ​ມາ​ນີ້, ຈີນ​ໄດ້​ປະ​ຕິ​ບັດ​​ຕາມ​ຈຸດ​ປະ​ສົງ ແລະ ຫຼັກ​ການ​ຂອງ “ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ” ດ້ວຍ​ການ​ກະ​ທຳ​ຕົວ​ຈິງ, ຍຶດ​ໝັ້ນ​ໃນ​ການ​ປົກ​ປ້ອງ​ສິດ ແລະ ຜົນ​ປະ​ໂຫຍດ​ອັນ​ຖືກ​ຕ້ອງ​ຂອງ​ປະ​ເທດ​​ພວມ​ພັດ​ທະ​ນາ​ອັນ​ໄພ​ສານ, ​ກາຍ​ເປັນ​ປະ​ເທດ​ສຳ​ຄັນ​ໃນ​ການ​ສ້າງ​ສັນ​ຕິ​ພາບ​ໃຫ້​ກັບ​ໂລກ.


     ທ່ານ​ວາງ​ຢີ້​ກ່າວ​ເນັ້ນ​ວ່າ, ຈີນ​ຈະ​ຍຶດ​ໝັ້ນ​ໃນ​ທັດ​ສະ​ນະ​ການ​ພັດ​ທະ​ນາ​ໃໝ່​ເປັນ​​ທິດ​ຊີ້​ນຳ​ຂອງ​ຕົນ, ຊຸກ​ຍູ້​ການ​ພັດ​ທະ​ນາ​ໂລກ​ທີ່​ແຂງ​ແຮງກວ່າ​ເກົ່າ, ສີ​ຂຽວກວ່າ​ເກົ່າ ແລະ ປອດ​​ໃສ​ກວ່າ​ເກົ່າ, ຍຶດ​ໝັ້ນ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ດ້ວຍ​ການ​ສົນ​ທະ​ນາ​ກັນ, ແກ້​ໄຂ​ການ​ປະ​ທະ​ກັນ​ດ້ວຍ​ການ​ເຈ​ລະ​ຈາ​ກັນ, ຮັກ​ສາ​ຄວາມ​ຍຸດ​ຕິ​ທຳ ແລະ ຄວາມ​ເປັນ​ຫາ​​ຂອງ​ໂລກ. ຍຶດ​ໝັ້ນ​ໃນ​ຫຼັກ​ການ​ລັດ​ທິ​ຫຼາຍ​ຝ່າຍ, ຊຸກ​ຍູ້​ການ​ປະ​ຕິ​ຮູບ ແລະ ການ​​ສ້າງ​ ​ລະ​ບົບ​ຄຸ້ມ​ຄອງ​ໂລກ. ຈີນ​ຈະ​ຮ່ວມ​ກັບ​ປະ​ເທດ​ຕ່າງໆ​ໃນ​ໂລກ, ຊຸກ​ຍູ້ການ​​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນມະ​ນຸດ​ດ້ວຍ​ກາ​ນ​ກະ​ທຳ​ຕົວ​ຈິງ.

ຄຳ​ເຫັນ

0