吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເທດ​ສະ​ການ​ກາ​ຕູນ​ສາ​ກົນຈີນ​ຄັ້ງ​ທີ 17 ຈະ​ຈັດ​ຫລາກ​ຫລາຍ​ກິດ​ຈະ​ກຳ

2021-09-28 16:47:39 cri

图片默认标题_fororder_v

图片默认标题_fororder_f

    ເທດ​ສະ​ການ​ກາ​ຕູນ​​ສາ​ກົນຈີນ​ຄັ້ງ​ທີ 17 ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫ​າງ​ໂຈ​ວ່​ແຂວງ​ເຈີ້​ຈ່ຽງ​ໃນ​ວັນ​ທີ 23 ກັນ​ຍາ ຫາ​ວັນ​ທີ 4 ຕຸ​ລາໜ້າ​ນີ້. ​ມີ​ວິ​ສາ​ຫະ​ກິດ​ພາຍ​ໃນ ແລະ​ຕ່າງ​ປະ​ເທດ 1,7 ໝື່ນ​ແຫ່ງ​ເຂົ້າ​ຮ່ວມ, ເທດ​ສະ​ກາ​ນ​ດັ່ງ​ກ່າວ​ຈະ​ຈັດ​ໃຫ້​ມີ​ກິ​ດ​ຈະ​ກຳ​ຕ່າງໆ,ເຊັ່ນ: ງານ​ແນະ​ນຳ​ຜົນ​ງານ​ພ້ອມ​ກັບ​ລາຍ​ເຊັນ​ຂອງ​ຜູ້​ມີ​ຊື່​ສຽງ, ຫໍ​ວາງ​ສະ​ແດງວັດ​ທະ​ນະ​ທຳ​ຈີນ, ງານ​ຊົມ​ຮູບ​ເງົາ​ກາ​ຕູນ​ຈີນ ແລະ​ອື່ນໆ.

    ເທດ​ສະ​ການ​ຄັ້ງ​ນີ້​ຈະ​ຈັດ​ຂຶ້ນ​ພ້ອມ​ກັນ​ດ້ວຍ​ຮູບ​ແບບ​ອອນ​ລາຍ ແລະ​ອອ​ຟ​ລາຍ, ນ້ຳ​ໃຊ້​ເຕັກ​ນິກ​ໃໝ່​, ເຊັ່ນ: 5G, ຂໍ້​ມູນ​ໃຫຍ່ ​ຫລື ບິກ​ດາ​ຕ້າ ແລະ​ອື່ນໆ, ເຮັດ​ໃຫ້​ວິ​ສາ​ຫະ​ກິດ ແລະ​ຜູ້​ຊົມ​ສາ​ມາດ​ເຂົ້າ​ຮ່ວມ​ງານ ແລະ​ຊົມ​ງານ​ໂດຍ​ບໍ່​ຕ້ອງ​ໄປ​ໃນ​ງານ.

ຄຳ​ເຫັນ

0