吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​​ຈີນເຜີຍ​ແຜ່​ປື້ມ​ປົກ​ຂາວ ​ກ່ຽວ​ກັບ“ການ​ສ້າງ​ສັງ​ຄົມ​ທີ່ອີ່ມ​ຫນຳ​ສຳລານ​ຮອບ​ດ້ານຂອງ​ຈີນ”

2021-09-28 11:48:02 CRI

​​ຈີນເຜີຍ​ແຜ່​ປື້ມ​ປົກ​ຂາວ ​ກ່ຽວ​ກັບ“ການ​ສ້າງ​ສັງ​ຄົມ​ທີ່ອີ່ມ​ຫນຳ​ສຳລານ​ຮອບ​ດ້ານຂອງ​ຈີນ”_fororder_微信图片_20210928103250


    ວັນທີ 28 ກັນຍານີ້, ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນໄດ້ເຜີຍແຜ່ປື້ມປົກຂາວກ່ຽວກັບການສ້າງສັງຄົມທີ່ອີ່ມໜຳສຳລານ​​ຮອບດ້ານຂອງຈີນ


    ປື້ມປົກຂາວໄດ້ຊີ້ອອກວ່າ, ການສ້າງສຳເລັດສັງຄົມທີ່ອີ່ມໜຳສຳລານຢ່າງຮອບດ້ານໃຫ້ສຳເລັດເປັນບາດກ້າວສຳຄັນທີ່ສຸດໃນການບັນລຸເປົ້າໝາຍການຟື້ນຟູ​​ຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງຊາດຈີນ.

 

    ປື້ມປົກຂ່າວລະບຸວ່າ, ການສ້າງສັງຄົມທີ່ອີ່ມໜຳສຳລານ​​ຮອບດ້ານແມ່ນ​​ການສ້າງສັງຄົມທີ່ມີຄວາມສິວິໄລດ້ານວັດຖຸ, ຄວາມສິວິໄລດ້ານການເມືອງ, ຄວາມສິວິໄລດ້ານຈິດໃຈ, ຄວາມສິວິໄລທາງສັງຄົມ ແລະ ຄວາມສິວິໄລທາງຊີວະພາບໃຫ້ສາມາດພັດທະນາ​​ໄດ້ຢ່າງກົມກຽວກັນ, ແມ່ນການຕອບສະໜອງ​​ຕາມຄວາມຕ້ອງການ​​ຂອງປະຊາຊົນ ທີ່ມີຫຼາຍຢ່າງ, ຫຼາຍ​​ລະດັບ ແລະ ຫຼາຍດ້ານທີ່ນັບມື້ນັບເພີ່ມຂຶ້ນ, ແມ່ນສັງຄົມທີ່ອີ່ມໜຳສຳລານທີ່ຊຸກຍູ້ໃຫ້ຄົນພັດທະນາຢ່າງຮອບດ້ານ. ສັງຄົມທີ່ອີ່ມໜຳສຳລານ​​ຮອບດ້າຂອງຈີນ ແມ່ນສັງຄົມທີ່ອີ່ມໜຳສຳລານທີ່ປະຊາຊົນທັງຫຼາຍພ້ອມກັນຊົມໃຊ້ໝາກຜົນ​​ຂອງການພັດນາ, ແມ່ນປະຊາຊົນຈີນຍາດມາໄດ້ໂດຍຜ່ານຄວາມພະຍາຍາມ, ສະຕິປັນຍາ ແລະ ສູ້ຊົນອອກແຮງງານໂດຍ​​ຕົນເອງ.


     ປື້ມປົກຂາວ​​ຍັງບຸວ່າ, ຈີນ​​ໄດ້ເຮັດໃຫ້ຜົນປະໂຫຍດຂອງປະຊາຊົນຈີນ ກັບ ຜົນປະໂຫຍດຂອງປະຊາຊົນປະເທດຕ່າງໆເຊື່ອມ​​ໂຍງເຂົ້າກັນຕະຫຼອດມາ, ຈີນເປັນປະເທດສ້າງສັນຕິພາບໂລກ, ຜູ້ປະກອບສ່ວນໃນການພັທະນາ​​ໂລກ, ຜູ້ປົກປັກຮັກສາກົດລະບຽບສາກົນ ແລະ ຜູ້ສະໜອງຜະລິດຕະພັນສາທາລະນະໃຫ້ກັບໂລກຕະຫຼອດມາ.

 

ຄຳ​ເຫັນ

0