黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມະ​ຫາ​ກຳ​ກິ​ລາ​ແຫ່ງ​ຊາດຈີນເຮັດ​ໃຫ້​​​ການອອກ​ກຳ​ລັງ​ກາຍ​ທົ່ວ​ປວງ​ຊົນ​ກາຍ​ເປັນ​ແຟ​ຊັນ​ຂອງ​ຈີນ

2021-09-28 16:06:15 cri

ມະ​ຫາ​ກຳ​ກິ​ລາ​ແຫ່ງ​ຊາດ​ຈີນ​​ຄັ້ງ​ທີ 14 ​ໄດ້​ສິ້ນ​ສຸດ​ລົງ​​ແລ້ວໃນ​ຕອນ​ຄ່ຳ​ຂອງ​ວັນ​ທີ 27 ກັນ​ຍາ​ນີ້. ໃນ​ຖາ​ນະ​ເປັນ​ງານ​ກິ​ລາ​ສັງ​ລວມ​ທີ່​ມີ​ລະ​ດັບ​ສູງ​ສຸດ​ຂອງ​ຈີນ, ໃນ​ເວ​ລາ​ທີ່​ສະ​ແດງ​​ສີ​ມື​ແລະ​ລີ​ລາ​ຂອງນັກ​ກິ​ລາ​ຈີນ​ທັງ​ຫຼາຍ, ​ໃນມະ​ຫາ​ກຳ​ກິ​ລາ​ແຫ່ງ​ຊາດ​ຈີນໄດ້​ເປັນ​ການສ້າງ​ກະ​ແສ​ອອກ​ກຳ​ລັງ​ກາຍ​ທົ່ວ​ປວງ​ຊົນ​ໃນ​ທົ່ວ​ປະ​ເທດ​ຈີນ.

ໃນ​ມະ​ຫາ​ກຳ​ກິ​ລາ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 13 ທີ່​ຈັດ​ຂຶ້ນ​ເມື່ອ 4 ປີ​ກ່ອນ, ລາຍ​ການ​ແຂ່ງ​ຂັນ​​ກິ​ລາ​ມວນ​ຊົນ​ໄດ້​ຖືກ​ຈັດ​ເຂົ້າ​ໃນ​ລາຍ​ການ​ແຂ່ງ​ຂັນ​ມະ​ຫາ​ກຳ​ກິ​ລາ​ແຫ່ງ​ຊາດ​ຈີນ​ເປັນ​ຄັ້ງ​ທຳ​ອິດ, ມາ​ຮອດ​ປັດ​ຈຸ​ບັນ​ເວ​ລາ​ໄດ້​ຜ່ານ​ໄປ 4 ປີ​ແລ້ວ, ລາຍ​ການ​ແຂ່ງ​ຂັນ​​ກິ​ລາ​ມວນ​ຊົນ​ໄດ້​ຖືກ​ຈັດ​ເຂົ້າ​ໃນ​ລາຍ​ການ​ແຂ່ງ​ຂັນ​​ຂອງ​ມະ​ຫາ​ກຳ​ກິ​ລາ​ແຫ່ງ​ຊາດ​ຈີນ​ອີກ​ຄັ້ງ​ໜຶ່ງ, ປະ​ຊາ​ຊົນ​ທົ່ວ​ໄປ​ສາ​ມາດ​ສະ​ແດງ​ສີ​ມື​ແລະ​ລີ​ລາຂອງ​ຕົນ​​ສ່ຳ​ກັບ​ນັກ​ກິ​ລາ​ທີ່​ຕົນ​ເອງ​ມັກ, ໄດ້​ຮັບ​ຄວາມ​ມ່ວນ​ຊື່ນ​ແລະ​ແຮງ​ບັນ​ດານ​ໃຈ​ຈາກ​ການ​ແຂ່ງ​ຂັນ, ແລະ​ສາ​ມາດ​ສຳ​ພັດ​ກັບ​ສະ​ເໜ່​ຂອງ​ກິ​ລາ.

ລາຍ​ການ​ແຂ່ງ​ຂັນ​ກິ​ລາ​ມວນ​ຊົນ​ໃນ​ມະ​ຫາ​ກຳ​ກິ​ລາ​ແຫ່ງ​ຊາດ​ຈີນ​ຄັ້ງ​ນີ້​ມີ​ຫຼາຍກວ່າ​ຄັ້ງ​ຜ່ານ​ມາ, ບໍ່​ພຽງ​ແຕ່​ມີ​ລາຍ​ການ​ກິ​ລາ​ປະ​ເພດ​ທີ່​ໃຊ້​ໃນ​ການ​ແຂ່ງ​ຂັນ​ອ່າວ​ຫຼາຍ​ເຊັ່ນ: ປິ່ງ​ປ໋ອງ, ປີກ​ໄກ່, ເທນ​ນິ​ສ໌, ບານ​ເຕະ, ບານ​ບ້ວງ, ການ​ຊວງ​ເຮືອ​ແລະ​ອື່ນໆເທົ່າ​ນັ້ນ, ຍັງ​ມີ​ລາຍ​ການ​ແຂ່ງ​ຂັນ​​ໃຊ້ປັນ​ຍາ​ເຊັ່ນ: ​ໝາກ​ລຸກ, ໝາກ​ເສິກ, ໝາກ​ເສິກ​ສາ​ກົນ, ໄພ້​ບຼີກແລະ​ລາຍ​ການ​ອື່ນໆ; ນອກ​ນີ້, ​ການ​ແຂ່ງ​ຂັນ​ກິ​ລາ​ມວ​ນ​ຊົນ​ໃນ​ມະ​ຫາ​ກຳກິ​ລາ​ແຫ່ງ​ຊາດ​ຈີນ​ຄັ້ງ​ນີ້​ຍັງ​ໄດ້​ເອົາ​ກິ​ລາ​ມວນ​ຊົນ​ອື່ນໆ​ອັດ​ເປັນ​ວິ​ດີ​ໂອ​ເຂົ້າ​ຮ່ວມ​ແຂ່ງ​ຂັນ​ເຊັ່ນ: ລາຍ​ການ ເຕັ້ນ​ແອ​ໂຣ​ບິກ, ກາຍ​ຍະ​ກຳ​ເພື່ອ​ອອກ​ກຳ​ລັງ​ກາຍ, ພະ​ລັງ​ຊີ້​ກົ່ງ​ອອກ​ກຳ​ລັງ​ກາຍ​ແລະ​ມວຍ​ໄທ​ເກັກ, ເພື່ອ​ເຮັດ​ໃຫ້​ປະ​ຊາ​ຊົນ​ຈີນ​ເຂົ້າ​ຮ່ວມ​ມະ​ຫາ​ກຳ​ກິ​ລາ​ແຫ່ງ​ຊາດ​ຈີນ​ຫຼາຍກວ່າ​ເກົ່າ. ຂົກ​ຕົວ​ຢ່າງຄື: ການ​ເຕັ້ນ​ແອ​ໂຣ​ບິກເປັນ​ກິ​ລາ​​ມວນ​ຊົນ​ທີ່​ເກີດ​ຂຶ້ນ​ເປັນ​ເຈົ້າ​ການ​ດ້ວຍ​ຕົນ​ເອງ, ປັດ​ຈຸ​ບັນ​ໄດ້​ກ້າວ​ຂຶ້ນ​ສູ່​ເວ​ທີ​ມະ​ຫາ​ກຳ​ກິ​ລາ​ແຫ່ງ​ຊາດ​ຈີນ​ແລ້ວ, ​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ປະ​ຊາ​ຊົນ​ມີ​ຄວາມ​ຮູ້​ສຶກ​​ວ່າ​ໄດ້ເຂົ້າ​ຮ່ວມ, ​ມີຄວາມ​ຮູ້​ສຶກ​​ວ່າໄດ້​ຮັບ​ຜົນ​ປະ​ໂຫຍດ​ແລະ​ມີ​ຄວາມ​ຮູ້​ສຶກ​​ວ່າ​ມີຄວາມ​ສຸກວ່າ​ຢ່າງ​ຫຼວງ​ຫຼາຍ.

ສຳ​ລັບ​ນັກ​ກິ​ລາ​ທັງ​ຫຼາຍທີ່​ມີ​ໂອ​ກາດ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​​ກິ​ລາ​ມວນ​ຊົນ​ໃນມະ​ຫາ​ກຳ​ກິ​ລາ​ແຫ່ງ​ຊາດ​ຈີນ, ສາ​ມາດ​ໄດ້ຄະ​ແນນ​ທີ່​ດີ​ກໍ​ເປັນ​ເລື່ອງ​ທີ່​ດີ​ແລ້ວ, ແຕ່​ສິ່ງ​ສຳ​ຄັນ​ກວ່າ​ນັ້ນ​ແມ່ນ​ສາ​ມາດ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​​ໃນມະ​ຫາ​ກຳ​ກິ​ລາ​ແຫ່ງ​ຊາດ​ຈີນ, ​ໄດ້​ຮັບ​ຄວາມ​ສຸກ​ຈາກ​ມະ​ຫາ​ກຳ​ກິ​ລາ​ແຫ່ງ​ຊາດ.

ໃນ​ໄລ​ຍະ​ຈັດ​ມະ​ຫາ​ກຳ​ກິ​ລາ​ແຫ່ງ​ຊາດ​ຈີນ, ຄົນ​ທັງ​ຫຼາຍ​ໄດ້​ສະ​ແດງ​ວິ​ທີ​ອອກ​ກຳ​ລັງ​ກາຍໃນ​ທຸກ​ມື້​ຜ່ານ​ Wechat ຈົນ​ກາຍ​ເປັນ​ແຟ​ຊັນ​​ໄປແລ້ວ. ​ສະ​ນັ້ນ​ຈຶ່ງສາ​ມາດ​ຢືນ​ຢັນ​​ໄດ້​ວ່າ: ມະ​ຫາ​ກຳ​ກິ​ລາ​ແຫ່ງ​ຊາດ​ຈີນ​ມີ​ບົດ​ບາດ​ຊຸກ​ຍູ້ການ​ອອກ​ກຳ​ລັງ​ກາຍ​ທົ່ວ​ປວງ​ຊົນ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ. ຈາກ​ບ່ອນ​ເຮັດ​ວຽກ​ຫາ​ເຂດ​ຊຸມ​ຊົນ, ຈາກ​ບ່ອນນອກ​ເຮືອນ​ຫາ​ໃນ​ເຮືອນ, ພາຍ​ໃຕ້​ການ​ຍຶດ​ໝັ້ນການ​ຝຶກ​ຊ້ອມ​ແບບ​ມື້​ຕໍ່​ມື້, ປະ​ຊາ​ຊົນ​ຈີນ​ໄດ້​ຮັບຄວາມ​ສຸກ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ພ້ອມ​ດຽວກັນ​ນັ້ນ​ກໍ​ໄດ້​ເຮັດ​ໃຫ້ສຸ​ຂະ​ພາບ​ແຂງ​ແຮງ​ກວ່​າ​ເກົ່າ, ມີບຸກ​ຄະ​ລິ​ກ​ກະ​ພາບ​ສົມ​ບູນກວ່າ​ເກົ່າ​ແລະເພີ່ມ​ຄວາມ​ໜັກ​ແໜ້ນ​ທາງ​ດ້ານ​ຈິດ​ໃຈ, ພາ​ລະ​ກິດ​ກິ​ລາ​ມວນ​ຊົນ​ພວມ​ພັດ​ທະ​ນາ​ໄປ​ສູ່​ທິດ​ທາງ​ທີ່​ເປັນ​ຂະ​ບວນ​ການ​ຫຼາຍກວ່າ​ເກົ່າ​ແລະ​ສົມ​ບູນກວ່າ​ເກົ່າ​.

​ເມື່ອກິ​ລາ​​ໄດ້​ຮັບ​ການພັດ​ທະ​ນາ​ດີ​ຂຶ້ນ​ແລ້ວ, ປະ​ເທດ​ກໍ​ຈະ​ເຂັ້ມ​ແຂງ​ຂຶ້ນ. ມາດ​ຕະ​ຖານ​ປະ​ເມີນປະ​ເທດ​ໃດ​ໜຶ່ງ​ເປັນ​ປະ​ເທດ​ເຂັ້ມ​ແຂງ​​ດ້ານ​ກິ​ລາ​ຢັ້ງ​ຢືນ​ຈາກ​ບໍ່​ພຽງ​ແຕ່​ແມ່ນ​ຄະ​ແນນ​ຂອງ​ກິ​ລາ​ທີ່​ໃຊ້​ໃນ​ການ​ແຂ່ງ​ຂັນ​ເທົ່າ​ນັ້ນ, ຍັງ​ມີດັດ​ຊະ​ນີ​ອື່ນໆ​ອີກ​ເຊັ່ນ: ປະ​ຊາ​ຊົນ​ມີສຸ​ຂະ​ພາບ​ແຂງ​ແຮງ​, ​ຈຳ​ນວນ​ການ​ເຂົ້າ​ຮ່ວມ​ກິ​ລາ​​ຂອງ​ປະ​ຊາ​ຊົນແລະ​ອື່ນໆ. ມະ​ຫາ​ກຳ​ກິ​ລາ​ແຫ່ງ​ຊາດ​ຈີນ​ໃນ​ປັດ​ຈຸ​ບັນ​ບໍ່​ພຽງ​ແຕ່​ແມ່ນ​ເວ​ທີ​ແຂ່ງ​ຂັນ​ຂອງ​ນັກ​ກິ​ລາ​ເທົ່າ​ນັ້ນ, ທັງ​ເປັນ​ເວ​ທີ​ໃຫຍ່​ທີ່​ປະ​ຊາ​ຊົນ​ຜູ້​ມັກ​ຫຼິ້ນ​ກິ​ລາ​ກໍ່​ສາ​ມາດ​ສະ​ແດງ​ສີ​ມື​ແລະ​ລີ​ລາ​ຂອງ​ຕົນ​ໄດ້. ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ເຂົ້າ​ຮ່ວມ​ມະ​ຫາ​ກຳ​ກິ​ລາ​ແຫ່ງ​ຊາດ, ​ໄດ້ເຮັດ​ໃຫ້​ປະ​ຊາ​ຊົນ​ທັງ​ຫຼາຍ​ສົນ​ໃຈ​ນຳ​ກິ​ລາ, ເຂົ້າ​ຮ່ວມ​ກິ​ລາ​ແລະ​​ໄດ້​ຮັບ​ຄວາມ​ສຸກ​ຈາກ​ກິ​ລາ, ເຮັດໃຫ້​ການ​ອອກ​ກຳ​ລັງ​ກາຍ​ທົ່ວ​ປວງ​ຊົນ​ກ້າວ​ໄປ​ສູ່​​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ໄດ້ກວ້າງ​ຂວາງກ​ວ່າ​ເກົ່າ, ຊຸກ​ຍູ້​ໃຫ້​ການ​ອອກ​ກຳ​ລັງ​ກາຍ​ທົ່ວ​ປວງ​ຊົນແລະ​ຍຸດ​ທະ​ສາດ​ປະ​ເທດ​ຈີນ​ທີ່​​ເຂັ້ມ​ແຂງ​ດ້ານ​ກິ​ລາ​ກ້າວ​ສູ່​ລວງ​ເລິກ​ເທື່ອ​ລະ​ກ້າວ.

ຄຳ​ເຫັນ

0