覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະ​ສືບ​ຕໍ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້​​ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ການ​ເກືອດ​ຫ້າມ​ການ​ທົດ​ລອງອາ​ວຸດ​ນີວ​ເຄ​ລຍ​ຮອບ​ດ້ານ​ໃຫ້ມີ​ຜົນ​ສັກ​ສິດ

2021-09-29 10:53:24 cri

ວັນ​ທີ 28 ກັນ​ຍາ​ນີ້, ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ຈີນ​ສະ​ໜັບ​ສະ​ໜູນ​ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ການ​ເກືອດ​ຫ້າມ​ການ​ທົດ​ລອງ​​ອາ​ວຸດນີວ​ເຄ​ລຍ​ຮອບ​ດ້ານ​ ​ໃຫ້​ມີ​ຜົນ​ສັກ​ສິດ​ໂດຍ​ໄວ ແລະ​ຈະ​ສືບ​ຕໍ່​ປະ​ກອບ​ສ່ວນ​ໃນ​ເລື່ອງ​ນີ້ ທັງ​ຈະ​ສຸມ​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ອັນ​ສູງ​ສົ່ງ​ໃນ​ການ​ເກືອດ​ຫ້າມ​​ຢ່າງ​ຮອບ​ດ້ານແລະ​ທຳ​ລາຍ​ອາ​ວຸດ​ນີວ​ເຄຍ​ຢ່າງ​ສິ້ນ​ເຊີງ.
 

 ຕາມ​ຂ່າວ​ແຈ້ງວ່າ: ສ​ະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຈະ​ຈັດ​ກອງ​ປະ​ຊຸມ​ໃນ​ວັນ​ທີ 28 ກັນ​ຍາ​ນີ້, ເພື່ອ​ລະ​ນຶກ​ການ​ເຊັນ​​ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ການ​ເກືອດ​ຫ້າມ​ການ​ທົດ​ລອງ​ອາ​ວຸດ​​ນີວ​ເຄ​ລຍ​ຮອບ​ດ້ານ​ຄົບ​ຮອບ 25 ປີ, ບັນ​ດາ​ຝ່າຍ​ຈະ​ຮຽກ​ຮ້ອງ​ໃຫ້​ສືບ​ຕໍ່​ສຸມ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຊຸກ​ຍູ້​ສົນ​ທິ​ສັນ​ຍາ​ສະ​ບັບ​ນີ້​ໃຫ້​ມີ​ຜົນ​ສັກ​ສິດ​ໂດຍ​ໄວ ແລະ​ມຸ້ງ​ໜ້າ​ໄປ​ສູ່​ການ​ບັນ​ລຸ​ເປົ້າ​ໝາຍ​ທີ່​ໂລກ​ປອດ​ອາ​ວຸດ​ນີວ​ເຄ​ລຍ​ໂດຍ​ໄວ.
 

ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢິງ​ກ່າວ​ວ່າ: ການ​ຮ່ວມ​ມື​ດ້ານ​​ເຮືອດຳ​ນ້ຳ​ນີວ​ເຄ​ລຍ​ລະ​ຫວ່າງ​ອາ​ເມ​ຣິ​ກາ ອັງ​ກິດ​ແລະ​ອົ​ສ​ຕ​ຣາ​ລີ​ມີ​ຄວາມ​ສ່ຽງ​ຢ່າງ​ຮ້າຍ​ແຮງໃນ​ການ​ແຜ່​ຜາຍ​ອາ​ວຸດ​ນີ​ວ​ເຄ​ລຍ, ​ໄດ້​ຝືນ​ກັບ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ສົນ​ທິ​ສັນ​ຍາ​ບໍ່​ແຜ່​ຜາຍ​ອາ​ວຸດ​ນີວ​ເຄ​ລຍ, ເຊິ່ງ​ຈະ​ສ້າງ​ແບບ​ຢ່າງ​ບໍ່​ດີ​ໃນ​ປະ​ຫວັດ​ສາດ, ​ແລະ​ຈະ​ເປັນ​ການ​ກະ​ຕຸກ​ຊຸກ​ຍູ້ໃຫ້​ປະ​ເທດ​​ອື່ນໆ​ພາ​ກັນ​ຮຽນ​ເອົາ​ເປັນ​ແບບ​ຢ່າງ, ຖື​ວ່າ​ເປັນ​ການ​ທຳ​ລາຍ​ກົນ​ໄກ​ສາ​ກົນ​ວ່າ​ດ້ວຍ​ການ​ບໍ່​ແຜ່​ຜາຍ​ອາ​ວຸດ​ນີວ​ເຄ​ລາຍ, ເຮັດ​ໃຫ້​ການ​ແຂ່ງ​ຂັນ​ກຳ​ລັງ​ຮົບ​ໃນ​ພາກ​ພື້ນ​​ຮຸ​ນ​ແຮງ​ຂຶ້ນ, ປະ​ຊາ​ຄົມ​ໂລກ​ຄວນ​ສາ​ມັກ​ຄີ​ກັນ​ເພື່ອ​ຮ່ວມ​ກັນ​ຄັດ​ຄ້ານ​ສາມ​ປະ​ເທດ​ດັ່ງ​ກ່າວ​​ທີ່​ໄດ້ຮ່ວມ​ມື​ໃນ​ດ້ານ​ເຮືອ​ດຳ​ນ້ຳ​ນີວ​ເຄ​ລຍ, ຕ້ອງ​ບໍ່​ປ່ອຍ​ປະ​ລະ​ເລີຍ​​ເລື່ອງ​ນີ້ເດັດ​ຂາດ.

ຄຳ​ເຫັນ

0