李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ວາງ​ຢີ້​ກ່າວ​ວ່າ, ການ​ຮ່ວມ​ມື​ສ້າງ​ເຮືອ​ດຳ​ນ້ຳ​ນິວ​ເຄຼຍລະ​ຫວ່າງ​ອາ​ເມ​ຣິ​ກາ ​ອັງ​ກິດ​ແລະ​ອົ​ສ​ຕຼາ​ລີ ​ເປັນ​ໄພ​ຂົ່ມ​ຂູ່​ແຝງ​ຊ້ອນ 3 ຢ່າງ

2021-09-29 14:46:07 cri

ວັນ​ທີ 28 ກັນ​ຍາ​ນີ້, ທ່ານ​ວາງ​ຢີ້, ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ກັບ​ທ່ານ ໂຈ​ເຊ ໂບ​ເຣວ, ຜູ້​ແທນ​ຂັ້ນ​ສູງ​​ດ້ານ​​ນະ​ໂຍ​ບາຍການ​ຕ່າງ​ປະ​ເທດ​ແ​ລະ​ຄວາມ​​ໝັ້ນ​ຄົງ​ຂອງສະ​ຫະ​ພາບ​ເອີ​ຣົບ ຮ່ວມ​ກັນ​ເປັນ​ເຈົ້າ​ພາບ​ຈັດ​ງານ​ສົນ​ທະ​ນາ​ທາງ​ຍຸດ​ທະ​ສາດ​ລະ​ດັບ​ສູງ​ລະ​ຫວ່າງ​ຈີນ​ກັບ​ສະ​ຫະ​ພາບ​ເອີ​ຣົບ​ຮອບ​ທີ 11.

ທ່ານ​ວາງ​ຢີ້​ກ່າວ​ວ່າ: ອາ​ເມ​ຣິ​ກາ, ອັງ​ກິດ​ແລະ​ອົ​ສ​ຕຼາ​ລີ​ໄດ້​ສ້າງ​ການ​ພົວ​ພັນ​ຄູ່ຮ່ວມ​ຄວາມໝັ້ນ​ຄົງ 3 ຝ່າຍ ແລະ​ວາງ​ແຜນ​ຈະ​ດຳ​ເນີນ​ການ​ຮ່ວມ​ມື​​ສ້າງເຮືອ​ດຳ​ນ້ຳ​ນິວ​ເຄຼຍ, ປະ​ຊາ​ຄົມ​ໂລກ ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ອາ​ຊີ​ປາ​ຊິ​ຟິກ ມີ​ຄວາມ​​ສົນ​ໃ​ຈ​ ​ແລະ​ມີ​ຄວາມ​ກັງ​ວົນ​ຕໍ່​ເລື່ອງ​ນີ້ໃນ​ລະ​ດັບ​ສູງ, ຫຼາຍ​ປະ​ເທດ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ແລະ​ຄວາມ​ສົງ​ໄສ. ຝ່າຍ​ຈີນ​ເຫັນ​ວ່າ ເລື່ອງ​ນີ້​ຈະ​ເປັນ​ໄພ​ຂົ່ມ​ຂູ່ແຝງ​ຊ້ອນ 3 ຢ່າງ ​​ຕໍ່ສັນ​ຕິ​ພາບ ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ ແລະ​ລະ​ບຽບ​ການ​ສາ​ກົນ, ຄື:

ໜຶ່ງ, ໄພ​ແຝງ​ຊ້ອນທີ່​ຈະ​ພາ​ໃຫ້​ກັບ​ຄືນ​​ໄປ​ສູ່​ຍຸກ​ສົງ​ຄາມ​ເຢັນ, ສອງ, ໄພ​ແຝງ​ຊ້ອນ​ທີ່​ຈະ​ພາ​ໃຫ້​ເກີດ​​ມີການ​ແຂ່ງ​ຂັນ​ດ້ານ​ອາ​ວຸດ​ຍຸດ​ໂທ​ປະ​ກອນ​ທາງ​ການ​ທະ​ຫານ, ສາມ, ໄພ​ແຝງ​ຊ້ອນ​ທີ່​ຈະ​ພາ​ໃຫ້​ເກີດ​ມີ​ການ​ແຜ່​ຜາຍ​ອາ​ວຸດ​ນິວ​ເຄຼຍ​.

ທ່ານ​ວາງ​ຢີ້​ກ່າວ​ເນັ້ນ​ວ່າ, ໃນ​ເວ​ລາ ອາ​ເມ​ຣິ​ກາ, ອັງ​ກິດ​ແລະ​ອົ​ສ​ຕຼາ​ລີ ເພີ່ມ​ທະ​ວີ​ການ​ພົວ​ພັນ​ດ້ານ​ການ​ທະ​ຫານ ​ໄດ້​ເຮັດ​ໃຫ້​ການ​ເປັນ​ປໍ​ລະ​ປັກ​ກັນ​ລະ​ຫວ່າງ​ກຸ່ມ​ຕ່າງໆຮ້າຍ​ແຮງ​ຂຶ້ນ​ຕື່ມ, ຈີນ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່ມ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ໂລກ, ສະ​ໝັກ​ເຂົ້າ​ຮ່ວມສັນ​ຍາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​​ຂ້າມ​ປາ​ຊິ​ຟິກຮ​ອບ​ດ້ານ​ແລະ​ກ້າວ​ໜ້າ​ ຢ່າງ​ເປັນ​ທາງ​ການ. ແມ່ນໃຜກຳ​ລັງ​ປຸກ​ປັ່ນ​ກະ​ແສ​ການ​ປະ​ທະ​ກັນ​ແລະ​ການ​ເປັນ​ປໍ​ລະ​ປັກ​ກັນ, ​ແມ່ນ​ໃຜ​ສ້າງ​ໄພ​ອັນ​ຕະ​ລາຍ​ຕໍ່​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ, ແມ່ນໃຜກຳ​ລັງ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ໃນ​ພາກ​ພື້ນ, ຊຸກ​ຍູ້​ສັນ​ຕິ​ພາບ​ແລະ​ການ​ພັ​ດ​ທະ​ນາ, ​ນີ້​ເປັນ​ເລື່ອງ​ທີ່​ແຕກ​ຕ່າງ​ກັນ​ຢ່າງ​ຈະ​ແຈ້ງ. ພວກ​ເຮົາ​ຮຽກ​ຮ້ອງ​ໃຫ້​ສາມ​ປະ​ເທດ​ດັ່ງ​ກ່າວ ຈົ່ງ​ເດີນ​ຕາມ​ກະ​ແສ​ຂອງ​ຍຸກ​ສະ​ໄໝ, ປ່ຽນ​ຂໍ້​ຕົກ​ລົງ, ເພື່ອ​ເສີມ​ຂະ​ຫຍາ​ຍ​ບົດ​ບາດ​ຂອງ​ຕົນ​ໃນ​ລັກ​ສະ​ນະ​ສ້າງ​ສັນ​ທີ່​ມີ​ຕໍ່​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.

ຄຳ​ເຫັນ

0