覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈຳ​ນວນ​ປະ​ຊາ​ກອນ​ຂອງ​ສິງ​ກະ​ໂປ​ໃນ​ສອງ​ປີ​ຜ່ານ​ມາ​ໄດ້ຫຼຸດ​ໜ້ອຍ​ລົງ

2021-09-29 15:59:35 cri

 ວັນ​ທີ 28 ກັນ​ຍາ​ນີ້, ອົງ​ການ​ປະ​ຊາ​ກອນ​ແລະ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ແຫ່ງ​ຊາດ​ສິງ​ກະ​ໂປ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ຫຍໍ້​ວ່າ​ດ້ວຍ​ປະ​ຊາ​ກອນ​ປີ2021ໂດຍ​ລະ​ບຸ​ວ່າ: ​ຈຳ​ນວນ​ປະ​ຊາ​ກອນ​ຂອງ​ສິງ​ກະ​ໂປ​ໃນ​ສອງ​ປີ​ຜ່ານ​ມາ​ໄດ້ຫຼຸດ​ໜ້ອຍ​ລົງ, ນັບ​ມາ​ຮອດ​ເດືອນ​ມິ​ຖຸ​ນາ​ປີ2021ນີ້,ສິງ​ກະ​ໂປ​ມີ​ປະ​ຊາ​ກອນ​ທັງ​ໝົດປະ​ມານ 5,45 ລ້ານ​ຄົນ, ຫຼຸດ​ລົງ 4,1% ເມື່ອ​ທຽບ​ໃສໄລ​ຍະ​ດຽວ​ກັນ​ຂອງ​ປີ2020ທີ່​ມີ​ຈຳ​ນວນ 5,69 ລ້ານ​ຄົນ.
 

ບົດ​ລາຍ​ງານ​ລະ​ບຸ​ຕື່ມ​ວ່າ: ສາ​ເຫດ​ຕົ້ນ​ຕໍ​ທີ່​ພາ​ໃຫ້​ປະ​ຊາ​ກອນ​ຂອງ​ສິງ​ກະ​ໂປຫຼຸດ​ໜ້ອຍ​ລົງ​ແມ່ນ​ຍ້ອນ​ປະ​ຊາ​ກອນ​ບໍ່ຢູ່​​ປະ​ຈຳໄດ້ຫຼຸດ​ໜ້ອຍ​ລົງ, ແຕ່​ພົນ​ລະ​ເມືອງ​ແລະ​ປະ​ຊາ​ກອນຜູ້​ຢູ່​​ປະ​ຈຳ​ຢູ່​ສິງ​ກະ​ໂປ​ກໍ​ໄດ້ຫຼຸດ​ລົງເປັນ​ຄັ້ງ​ທຳ​ອິດ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​2020 ​ນັບ​ແຕ່​ມີ​ການ​ບັນ​​ທຶກ​ໃນ​ປີ1970ເປັນ​ຕົ້ນ​ມາ.  ນີ້​ແມ່ນ​ຈຳ​ນວນ​ປະ​ຊາ​ກອນ​ສິງ​ກະ​ໂປ​ໄດ້ຫຼຸດ​ລົງຫຼາຍ​ທີ່​ສຸດ​ເມື່ອ​ທຽບ​ໃສ່​ປີ​ຜ່ານ​ມາ​ນັບ​ແຕ່​ປີ1950ເປັນ​ຕົ້ນ​ມາ.
 

 ​ຕາມ​ຕົວ​ເລກ​ສະ​ຖິ​ຕິ​ຂອງເວັບ​ໄຊ​ອົງ​ການ​ສະ​ຖິ​ຕິ​ສິງ​ກະ​ໂປ, ນັບ​ແຕ່​ປີ1950ເປັນ​ຕົ້ນ​ມາ, ຈຳ​ນວນ​ປະ​ຊາ​ກອນ​ຂອງ​ສິ​ງ​ກະ​ໂປ​ເຄີຍ​ໄດ້ຫຼຸດ​ລົງ​ສອງ​ເທື່ອ ຄື ປີ1986 ໄດ້ຫຼຸດ​ລົງ0,1%  ປີ2020 ໄດ້ຫຼຸດ​ລົງ 0,3%.

ຄຳ​ເຫັນ

0