蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສຽງ​​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ພິມ​ບົດ​ຄວາມ​ທີ່​ພາດ​ຫົວຂໍ້ວ່າ:“ພວກ​ເຮົາ​ຄວນ​ເຮັດ​ແນວ​ໃດ​ຈຶ່ງຈະ​ສາ​ມາດ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຕໍ່​ເນື່ອງ”

2021-09-29 16:27:41 CRI

   

ສຽງ​​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ພິມ​ບົດ​ຄວາມ​ທີ່​ພາດ​ຫົວຂໍ້ວ່າ:“ພວກ​ເຮົາ​ຄວນ​ເຮັດ​ແນວ​ໃດ​ຈຶ່ງຈະ​ສາ​ມາດ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຕໍ່​ເນື່ອງ”_fororder_caiqi

    ພາຍ​ຫຼັງ​ໄດ້​ພິມ​ບົດ​ຄວາມ​ສຳ​ຄັນທີ່​ພາດ​ຫົວ​ຂໍ້ວ່າ“ເປັນ​ຫຍັງ​ພວກ​ເຮົາ​ຈຶ່ງ​ສາ​ມາດ​ປະ​ສົບ​ຜົນ​ສຳ​ເລັດໄດ້”ໃນ​ວັນ​ທີ 27 ກັນ​ຍານີ້​ແລ້ວ, ​ໃນວັນ​ທີ 28 ກັນ​ຍານີ້, ໜັງ​ສື​ພິມ“ເຢີນ​ມີນຢື້​ປ້າວ”--ສຽງ​​ສູນ​ກາງພັກ​ກອມ​ມູ​ນິດ​ຈີນໄດ້​ພິມ​ບົດ​ຄວາມ​ອີກ​ບົດ​ໜຶ່ງຢູ່​ໜ້າ​ທຳ​ອິດໂດຍ​ພາດ​ຫົວ​ຂໍ້ວ່າ “ພວກ​ເຮົາ​ຄວນ​ເຮັດ​ແນວ​ໃດ​ຈຶ່ງຈະ​ສາ​ມາດ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຕໍ່​ເນື່ອງ”. ບົດ​ຄວາມ​ໄດ້​ວິ​ເຄາະ ແລະ​ສະ​ຫຼຸບ​ບົດ​ຮຽນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໃນ​ການ​​ນຳ​ພາ​ຍາດ​ເອົາ​ຜົນ​ສຳ​ເລັດຈາກ 4 ດ້ານ​ ຄື: ແກນ​ກາງ​ການ​ນຳ​ພາ ການ​ຊີ້​ນຳ​​ທາງດ້ານ​ແນວ​ຄິດ ລະ​ບົບ​ການ​ຈັດ​ຕັ້ງ ແລະ​ ບົດ​ບາດ​​ຄວາມເປັນ​ແບບ​ຢ່າງ, ແລະ​ໄດ້​ວາງ​ແຜນ​ດຳ​ເນີນ​ງານຂອງ​ພັກ​ກອມ​ມູ​ນິດ​ຈີນ​ເພື່ອ​ນຳ​ພາ​ປະ​ຊາ​ຊົນ​ຈີນ​​ສູ້​ຊົນບັນ​ລຸ​ເປົ້າ​ໝາຍ​ຮ້ອຍ​ປີ​ປະ​ການທີ 2 ຄື: ເມື່ອ​ຮອດ​ປີ 2049 ທີ່​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​​ສະ​ຖາ​ປະ​ນາ​ຂຶ້ນ​ຄົບ​ຮອບ 100 ປີ, ປະ​ເທດ​ຈີນຈະ​ສ້າງ​ປະ​ເທດ​ສັງ​ຄົມ​ນິ​ຍົມທີ່​ທັນ​ສະ​ໄໝ​ແລະ​ເຂັ້ມ​ແຂງໃຫ້​ສຳ​ເລັດ​ຜົນ​ຢ່າງ​ຮອບ​ດ້ານ ພາຍ​ໃຕ້​ສະ​ຖາ​ນະ​ການ​ໃໝ່​ທັງ​ສາ​ກົນ​ແລະ​ພາຍ​ໃນ​ປະ​ເທດ​ທີ່​ມີ​ຄວາມ​ສັບ​ສົນ​ແລະ​ປ່ຽນ​ແປງ​​ເລື້ອຍໆ. ປີນີ້​ແມ່ນ​ປີ​ທີ່​ພັກ​ກອມ​ມູ​ນິດ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 100 ປີ, ພັກ​ກອມມູ​ນິດ​ຈີນ​ໄດ້​ນຳ​ພາ​ປະ​ເທດ​ຈີນ​ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນຮ້ອຍ​ປີ​ປະ​ການ​ທີ​ໜຶ່ງ ຄື: ສ້າງ​ສັງ​ຄົມ​ທີ່​ອີ່ມ​ໜຳ​ສຳ​ລານໃຫ້​ສຳ​ເລັດ​ຜົນ​ຢ່າງ​ຮອບ​ດ້ານ.

     ບົດ​ຄວາມ“ພວກ​ເຮົາ​ຄວນ​ເຮັດ​ແນວ​ໃດ​ຈຶ່ງ​ຈະ​ສາ​ມາດໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຕໍ່​ເນື່ອງ”​ໄດ້​ຊີ້​ອອກວ່າ: ຄວາມ​ສາ​ມັກ​ຄີ​ແມ່ນ​ພື້ນ​ຖານ​​ຂອງ​ຜົນ​ສຳ​ເລັດ. ຢູ່​ຕໍ່​ໜ້າ​ສະ​ພາບ​ແວດ​ລ້ອມ​ທີ່​ມີ​ຜົນ​ປະ​ໂຫຍດ​ທີ່​ຫຼາກ​ຫຼາຍ ແລະ​ມີ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່​ແຕກ​ຕ່າງ​ກັນ​ຢ່າງຫຼວງຫຼາຍ, ແກນ​ກາງ​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ເຂັ້ມ​ແຂງ​ຕ້ອງ​ຍຶດ​ໝັ້ນ​ການ​ຖື​​ເອົາປະ​ຊາ​ຊົນ​ເປັນ​ໃຈ​ກາງ, ເປັນ​ຕົວ​ແທນ​​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ​ອັນ​ໄພ​ສານ​ຢ່າງ​ແທ້​ຈິງ, ປະ​ສົມ​ປະ​ສານ​ຜົນ​ປະ​ໂຫຍດ​ຂອງ​ຝ່າຍ​ຕ່າງໆ​ໃຫ້​ດີ, ​ເຕົ້າ​ໂຮມ​ພະ​ລັງ​ຊີ​ວິດ​ແລະ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ສັງ​ຄົມ, ເຕົ້າ​ໂຮມ​ກຳ​ລັງ​ທີ່​ໃຫຍ່​ຫຼວງ​ທີ່​ເກີດຈາກ​ການ​ສູ້​ຊົນ​ຮ່ວມ​ກັນຢ່າງ​ສຸດ​ຂີດ.

     ບົດ​ຄວາມ​ໄດ້​ວິ​ເຄາະ​ລະ​ບົບ​ການ​ຈັດ​ຕັ້ງ​ທີ່​ເຂັ້ມ​ແຂງ​ທີ່​ພັກ​ກອ​ມ​ມູ​ນິດ​ຈີນ​ສ້າງຕັ້ງ​ຂຶ້ນ​ຕາມ​ລະ​ບອບລ​ວມ​ສູນ​ປະ​ຊາ​ທິ​ປະ​ໄຕ​​ໃນ 100 ປີ​ທີ່​ຜ່ານ​ມາ ໂດຍຊີ້​ອອກວ່າ: ລະ​ບົບ​ນີ້​ມີ​ລະ​ບຽບ​ການ ແລະ​ມີ​ປະ​ສິດ​ທິ​ພາບ​ສູງ​ໃນ​ການ​ຈັດ​ຕັ້ງ​ສະ​ມາ​ຊິກ​ພັກ ແລະ​ປຸກລະ​ດົມ​ປະ​ຊາ​ຊົນ. ເຄືອ​ຂ່າຍ​ການ​ຈັດ​ຕັ້ງ​ທີ່​ປົກ​ຄຸມ​ບໍ​ລິ​ເວນກວ້າງ​ຂວາງ​ດັ່ງ​ກ່າວ ແມ່ນ​ສາ​ມາດ​ເຊື່ອມ​ຕໍ່​​ກັນລະ​ຫວ່າງ​ອົງ​ການ​ປົກ​ຄອງ​ທຸກ​ຂັ້ນ, ວິ​ສາ​ຫະ​ກິດ ແລະ​ອົງ​ການ​ຈັດ​ຕັ້ງ​ທາງ​ສັງ​ຄົມ​ຕ່າງໆ​ໄດ້, ​ສາ​ມາດຮັດ​ແໜ້ນ​​ຄວາມ​ສາ​ມັກ​ຄີປະ​ຊາ​ຊົນ​ທົ່ວ​ປະ​ເທດ​​ເຂົ້າ​ເປັນ​ປະ​ຊ​າ​ຄົມ​ຮ່ວມ​ຊາ​ຕາ​ກຳ​ທີ່​ຮ່ວມ​ທຸກ​ຮ່ວມ​ສຸກ​ກັນ. ບົດ​ຄວາມ​ກ່າວ​ເນັ້ນ​ວ່າ: ໃນຂະ​ບວນ​ການ​ໃໝ່, ຕ້ອງ​ເສີມ​ຂະ​ຫຍາຍ​ບົດ​ບາດການ​ຈັດ​ຕັ້ງ​ຂອງ​ພັກ, ເຮັດ​ໃຫ້​ຄວາມ​ສາ​ມາດ​ຈັດ​ຕັ້ງ​ນຳ​ພາ​ປະ​ຊາ​ຊົນ​ຂອງ​ພັກ ​​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢູ່​ໃນ​ທຸກ​ຂົງ​ເຂດ​ວຽກ​ງານ​ທີ່​ປິ່ນ​ອ້ອມ​​ການ​ຫັ​ນ​ເປັນ​ທັນ​ສະ​ໄໝ​​ໃນ​ການ​ຄຸ້ມ​ຄອງ​ລັດຢ່​າງ​ແທ້​ຈິງ.

     ບົດ​ຄວາມ​​ຍັງລະ​ບຸ​ວ່າ: ​ພະ​ລັງ​ຮຽກ​ຮ້ອງ​​​ໃນ​ສັງ​ຄົມຂອງ​ພັກ​ກອມ​ມູ​ນິດ​ຈີນ ແມ່ນ​ເກີດ​ຈາກ​ພະ​ລັງ​ສັດ​ຈະ​ທຳ ແລະ​ພະ​ລັງແຫ່ງ​ຄຸນ​ສົມ​ບັດ. ຍ້ອນ​ວ່າ​ມີ​ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ທີ່​ມີ​​ຄຸນ​ສົ​ມ​ບັດ​ຈຳ​ນວນຫຼວງຫຼາຍໄດ້​ປ​າ​ກົດ​ອອກ​ມາ, ​ຈຶ່ງເຮັດ​ໃຫ້​ປະ​ຊາ​ຊົນ​ໄດ້​ຮູ້​ຈັກ​ພັກ, ເຊື່ອ​​ໝັ້ນ​ພັກ ແລະ​ເດີນ​ຕາມ​ພັກ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ.

     ບົດ​ຄວາມໄດ້​ສະຫຼຸບ​ວ່າ: ປະ​ຊາ​ຊົນ​ຈີນ​ເຊື່ອ​ໝັ້ນ​ວ່າ, ພາຍ​ໃຕ້​ການ​ນຳ​ພາ​ອັນ​ເຂັ້ມ​ແຂງ​ຂອງ​ສູນ​ກາງ​ພັກ​ທີ່​ຖື​ສະ​ຫາຍ​ສີ​ຈິ້ນ​ຜິງ​ເປັນ​ແກນ​ກາງ, ບໍ່​ມີ​ຄວາມ​ຫຍຸ້ງ​ຍາກ​ໃດໆ​ສາ​ມາດ​ຄອບ​ງຳ​ປະ​ຊາ​ຊົນ​ຈີນ​ໄດ້, ບໍ່​ມີ​ກະ​ແສ​ຟອງ​ໃຫຍ່​ໃດໆ​ສາ​ມາດ​ກີດ​ກັ້ນ​ການ​ເດີນ​ທະ​ເລຂອງກຳ​ປັ່ນ​ໃຫຍ່​​ແຫ່ງ​ຊົນ​ຊາດ​ຈີນ​ໄດ້.

           ສຽງ​​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ພິມ​ບົດ​ຄວາມ​ທີ່​ພາດ​ຫົວຂໍ້ວ່າ:“ພວກ​ເຮົາ​ຄວນ​ເຮັດ​ແນວ​ໃດ​ຈຶ່ງຈະ​ສາ​ມາດ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຕໍ່​ເນື່ອງ”_fororder_成功

 

ຄຳ​ເຫັນ

0