何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຜີຍໂສມໜ້າສະຖານີລົດໄຟກາສີທີ່ສວຍງາມ,ມີສະເໜ່ປະສົມປະສານດ້ວຍວັດທະນະທໍາລາວ ແລະຈີນ

2021-09-29 17:08:29 CRI

ເຜີຍໂສມໜ້າສະຖານີລົດໄຟກາສີທີ່ສວຍງາມ,ມີສະເໜ່ປະສົມປະສານດ້ວຍວັດທະນະທໍາລາວ ແລະຈີນ_fororder_微信图片_20210929170544

 

ສະຖານນີລົດໄຟກາສີເປັນໜຶ່ງໃນໜຶ່ງໃນສະຖານີຂອງໂຄງການເສັ້ນທາງລົດໄຟລາວ-ຈີນ, ໄດ້ສ້າງສໍາເລັດແລ້ວ ທັງທາງດ້ານໃນ ແລະດ້ານນອກ, ເດີ່ນຕໍ່ໜ້າສະຖານີ, ຫຼັງຄາກັນຝົນແລະສິ່ງອໍານວຍຄວາມສະດວກອື່ນໆ ແລະໄດ້ເຜີຍໂສມໜ້າຢ່າງເປັນທາງການໃນວັນທີ 27 ກັນຍານີ້.

 

ເຜີຍໂສມໜ້າສະຖານີລົດໄຟກາສີທີ່ສວຍງາມ,ມີສະເໜ່ປະສົມປະສານດ້ວຍວັດທະນະທໍາລາວ ແລະຈີນ_fororder_微信图片_20210929170600

ສະຖານີດັ່ງກ່າວຕັ້ງຢູ່ເມືອງກາສີແຂວງວຽງຈັນ ເຊິ່ງໄດ້ຮັບການອອກແບບເປັນສະຖານນີຂົນສົ່ງໂດຍສານ, ມີບ່ອນລໍຖ້າຂຶ້ນລົດ 1 ບ່ອນ ໂດຍມີເສັ້ນທາງລົດໄຟຂັ້ນກາງ 3 ສາຍ, ສາມາດບັນຈຸຜູ້ໂດຍສານໄດ້ສູງສຸດ 150 ຄົນ. ອາຄານສະຖານີລວມພື້ນທີ່ກໍ່ສ້າງ 1498,7 ຕາລາງແມັດ. ໂດຍລວມແລ້ວການອອກແບບສະຖານີກາສີ ແມ່ນໄດ້ປະສົມປະສານກັນລະຫວ່າງສະຖາປັດຕະຍະກໍາແບບດັ້ງເດີມຂອງລາວ ແລະຈີນເຊິ່ງມີຄວາມສວຍງາມແລະມີສະເໜ່ດ້ວຍວັດທະນະທໍາລາວ ແລະຈີນ.

 

ເຜີຍໂສມໜ້າສະຖານີລົດໄຟກາສີທີ່ສວຍງາມ,ມີສະເໜ່ປະສົມປະສານດ້ວຍວັດທະນະທໍາລາວ ແລະຈີນ_fororder_微信图片_20210929170554

ຄະນະບໍລິສັດຮັບເໝົາກໍ່ສ້າງສະຖານີກາສີແຈ້ງໃຫ້ຮູ້ວ່າ: ພວກເຮົາໄດ້ນໍາໃຊ້ເຕັກນິກສ້າງແບບຈຳລອງ BIM ແລະໄດ້ຜ່ານຜ່າຄວາມຫຍຸ້ງຍາກໃນການກໍ່ສ້າງໃນລະດູຝົນ, ການປ້ອງກັນພະຍາດໂຄວິດ-19, ການຂົນສົ່ງວັດສະດຸກໍ່ສ້າງແລະອື່ນໆ ແລະສາມາດສໍາເລັດໂຄງລ່າງສ່ວນຫຼັກຂອງອາຄານສະຖານີກ່ອນເວລາກໍານົດ 15 ມື້. ປັດຈຸບັນ, ສະຖານີດັ່ງກ່າວພວມດໍາເນີນການກວດຮັບ ແລະຄາດວ່າຈະໄດ້ເປີດນໍາໃຊ້ຕາມແຜນທີ່ວາງໄວ້.

 

ເຜີຍໂສມໜ້າສະຖານີລົດໄຟກາສີທີ່ສວຍງາມ,ມີສະເໜ່ປະສົມປະສານດ້ວຍວັດທະນະທໍາລາວ ແລະຈີນ_fororder_微信图片_20210929170620

ທາງລົດໄຟລາວ-ຈີນແມ່ນໂຄງການເຊື່ອມຕໍ່ລະຫວ່າງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນ ກັບຍຸດທະສາດຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລເປັນປະເທດເຊື່ອມໂຍງເຊື່ອມຈອດຂອງລາວ ເຊິ່ງເລີ່ມຈາກນະຄອນຄຸນໝິງ ແຂວງຢຸນນານຂອງຈີນໄປສິ້ນສຸດທາງຕອນໃຕ້ຢູ່ນະຄອນຫຼວງວຽງຈັນ, ໃນນັ້ນ, ຊ່ວງໄລຍະຢູ່ລາວມີຄວາມຍາວ ທັງໝົດ 422,4 ກິໂລແມັດ, ທາງລົດໄຟສາຍນີ້ສ້າງຕາມມາດຕະຖານການບໍລິຫານ ແລະມາດຕະຖານເຕັກນິກຂອງຈີນ, ຖືກອອກແບບໃຫ້ມີຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ, ເປັນທາງລົດໄຟໃຊ້ໄຟຟ້າທີ່ຂົນສົ່ງສິນຄ້າ ແລະຜູ້ໂດຍສານ ແລະຈະເປີດໃຫ້ບໍລິການໃນເດືອນທັນວາປີ 2021 ຕາມແຜນການ.

 

ຄຳ​ເຫັນ

0