覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງ​ຜົນ​ສຳ​ເລັດ​ການ​ກໍ່​ສ້າງ​ໂຄງ​ການ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ທັງ​ໝົດ 7 ເຂື່ອນ​ຕາມ​ລຳ​ນ້ຳ​ອູທີ່​ລົງ​ທຶນ​ກໍ່​ສ້າງ​ໂດຍວິ​ສາ​ຫະ​ກິດ​ຈີນ

2021-09-29 10:59:07 cri

ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງ​ຜົນ​ສຳ​ເລັດ​ການ​ກໍ່​ສ້າງ​ໂຄງ​ການ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ທັງ​ໝົດ 7 ເຂື່ອນ​ຕາມ​ລຳ​ນ້ຳ​ອູທີ່​ລົງ​ທຶນ​ກໍ່​ສ້າງ​ໂດຍວິ​ສາ​ຫະ​ກິດ​ຈີນ_fororder_微信图片_20210929090819
 

ວັນ​ທີ 28 ກັນ​ຍາ​ນີ້, ພິ​ທີ ສະ​ເຫຼີມ​ສະຫຼອງ​ຜົນ​ສຳ​ເລັດ​ການ​ກໍ່​ສ້າງ​ໂຄງ​ການ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ທັງ​ໝົດ 7 ເຂື່ອນ​ຕາມ​ລຳ​ນ້ຳ​ອູທີ່​ລົງ​ທຶນ​ກໍ່​ສ້າງ​ໂດຍວິ​ສາ​ຫະ​ກິດ​ຈີນ​ໄດ້​ຈັດ​ຂຶ້ນ​ດ້ວຍ​ຮູບ​ແບບ​ທັງ​ອ໋ອນ​ລາຍ​ແລະ​ອັອ​ຟ​ລາຍ.
 

 ທ່ານ​ດາວວົງ ​ພອນແກ້ວ ກຳ​ມະ​ການ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ພະ​ລັງ​ງານ​ແລະ​ບໍ່​ແຮ່ແຫ່ງ​ສ​ປ​ປ ລາວ, ທ່ານຫຼີ​ຈື້​ກົ່ງ ຫົວ​ໜ້າ​ກົງ​ສູນ​ໃຫຍ່​ສ​ປ​ຈີນ​ປະ​ຈຳ​ນະ​ຄອນຫຼວງ​ພະ​ບາງ ພ້ອມ​ດ້ວຍ​ຜູ້​ຕາງ​ໜ້າ​ຈາກ​ພາກ​ສ່ວນ​ທີ່ກຽວ​ຂ້ອງ​ທັງ​ສອງ​ປະ​ເທດ​ຈີນ-ລາວ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວ​ດ້ວຍ​ຮູບ​ແບບ​ທາງ​ອ໋ອນ​ລາຍ​ແລະ​ອັ​ຟ​ລາຍ ທັງ​ຮ່ວມ​ກັນ​ເປີດ​ການ​ຜະ​ລິດ​ໄຟ​ຟ້າ.
 

 ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກຕາມ​ລຳ​ນ້ຳ​ອູ​ເປັນ​ໂຄງ​ການ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ແບບ​ຂັ້ນ​ໄດທົ່ວ​ລຳ​ນ້ຳ​ແຫ່ງ​ທຳ​ອິດ​ທີ່​ວິ​ສາ​ຫະ​ກິດ​ຈີນ​ລົງ​ທຶນ​ພັດ​ທະ​ນາ​ຢູ່​ຕ່າງ​ປະ​ເທດ.
 

ນ້ຳ​ອູ​ເປັນ​ສາ​ຂາແມ່ນ້ຳ​ຂອງ​ທີ່​ໃຫຍ່​ທີ່​ສຸດ​ຢູ່​ດິນ​ແດນ​ລາວ, ມີ​ພະ​ລັງ​ງານ​ນ້ຳ​ທີ່​ມີ​ຄຸນ​ນະ​ພາບ​ດີ ​ທັງເປັນ​ໜຶ່ງ​ໃນ​ບັນ​ດາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ພະ​ລັງ​ງານ​ນ້ຳ​ທີ່​ລັດ​ຖະ​ບານ​ລາວ​ພວມ​ຕັ້ງ​ໜ້າ​ຊຸກ​ຍູ້​ພັດ​ທະ​ນາ​ຢູ່.

ຄຳ​ເຫັນ

0