吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນໄດ້ຈັດກອງ​ປະ​ຊຸມ​ຂ່າວ​ກ່ຽວ​ກັບ​ບັນ​ຫາ​ຊິນ​ຈຽງ

2021-09-30 11:14:12 CRI

    ຫວ່າງ​ມໍ່ໆ​ນີ້, ອາ​ເມ​ຣິ​ກາ ແລະ ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ຈຳ​ນວນ​ໜ້ອຍ​​ໄດ້ຮ່ວມ​ກັນ​ປັ້ນ​ແຕ່ງທີ່​ເອີ້ນ​ວ່າ​ “ງານ​ວາງ​ສະ​ແດງ​ຮູບ​ພາບ​ກ່ຽວ​ກັບ​ຊິນ​ຈຽງ”. ໃນ​ກອງ​ປະ​ຊຸມ​ຂ່າວ​ກ່ຽວ​ກັບ​ບັນ​ຫາ​ຊິນ​ຈຽງໃນ​ວັນ​ທີ 29 ກັນ​ຍາ​ນີ້, ທ່ານ​ສູຍ​ກຸ້ຍ​ຊຽງ ໂຄ​ສົກ​ອົງ​ການ​ປົກ​ຄອງ​ເຂດ​ປົກ​ຄອງ​ອຸຍ​ເກີ​ຊິນ​ຈຽງ​ກ່າວ​ວ່າ, ​ຖ້ອຍ​ຄວາມ​ຊ້ຳ​ຊາກຂອງ​ອິດ​ທິ​ກຳ​ລັງຕ້ານ​ຈີນ​ເປັນ​ການ​ຫຼອກ​ລວງປະ​ຊາ​ຄົມ​ໂລກ ແລະ ຝ່າ​ຝືນ​ກັບສະ​ພາບ​ຄວາມ​ເປັນ​ຈິງ, ຝ່າ​ຝືນ​ກົດ​ໝາຍ ແລະ ຝ່າ​ຝືນ​ຄວາມ​ທ່ຽງ​ທຳ, ແມ່ນການ​ທ້າ​ທາຍ​ເກາະ​ຜິດ​ຢ່າງ​ຮ້າຍ​ແຮງ​ຕໍ່​ຄວາມ​ສິ​ວິ​ໄລ​ທາງ​ສັງ​ຄົມ​​ຂອງມະ​ນຸດ, ​ຜູ້​ຮັກ​ຫອມ​ຄວາມ​ເປັນ​ທຳ​ໃນ​ໂລກ​ຍ່ອມ​ຈະ​ບໍ່​ເຊື່ອ​ຟັງ​ຄຳ​ຕົວະ​ຍົວະ ແລະ ການ​ຫຼອກ​ລວງ​ແບບ​ນີ້.

    ​​ທ່ານ​​ສູຍ​ກຸ້ຍ​ຊຽງ​ກ່າວ​ວ່າ, ນັບ​ແຕ່​ທ້າຍ​ປີ 2018 ເປັນ​ຕົ້ນ​ມາ, ເຈົ້າ​ໜ້າ​ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ທູດ​​ບັນ​ດາ​ປະ​ເທດປະ​ຈຳ​ຈີນ, ກອງ​ເລ​ຂາ​ອົງ​ການ​ຮ່ວມ​ມື​ອີ​ສ​ລາມ, ຜູ້​ຕາງ​ໜ້າ​ບັນ​ດາ​ປະ​ເທດ​ປະ​ຈຳ​ເຊີ​ແນວ​, ນັກ​ຂ່າວ​ຕ່າງ​ປະ​ເທດ ແລະ ສາ​ສະ​ນິ​ກະ​ຊົນ 150 ກວ່າ​ຄະ​ນະ 2.000 ຄົນ​ຈາກ 100 ກວ່າ​ປະ​ເທດ ແລະ ເຂດ​ແຄວ້ນ​ໄດ້​ໄປ​ທັດ​ສະ​ນະ​ຢ້ຽມ​ຢາມ​ຊິນ​ຈຽງ, ເຂົາ​ເຈົ້າໂດຍ​ທົ່ວ​ໄປ​ແລ້ວ ໄດ້​ເຫັນ​ສະ​ພາບ​ຕົວ​ຈິງ​ຂອງ​ເຂດ​ຊິງ​ຈຽງ ແລະ ໄດ້​​ຮູ້​ເຖິງຄວາມ​ໂຫດ​ຮ້າຍ​ຂອງ​ອິດ​ທິ​ກຳ​ລັງ​ທີ່​​ຕ້ານ​ຈີນ​​ໂດຍ​ແມ່ນອາ​ເມ​ຣິ​ກາ ແລະ ຝ່າຍ​ຕາ​ເວັນ​ຕົກ. ເດືອນຕຸ​ລາ​ປີ 2020, ໃນ​ຄະ​ນະ​ກຳ​ມະ​ການ​ທີ 3 ຂອງ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 75, ​ມີເກືອບ 50 ປະ​ເທດ​ໄດ້​ສະ​ໜັບ​ສະ​ໜູນ​ຕໍ່​ມາດ​ຕະ​ການ​ທີ່​ຈີນ​​ຈັດ​ຕັ້ງ​ປະ​ຕິ​ບັດຢູ່​ຊິນ​ຈຽງ ແລະ ຄັດ​ຄ້ານ​ບາງ​ປະ​ເທດ​ທີ່​ໃສ່​ຮ້າຍ​ປ້າຍ​ສີ​ເຂດ​ຊິນ​ຈຽງ​ຂອງ​ຈີນ. ເດືອນ​ຕຸ​ລາ​ປີ 2020, ທູດ​ປະ​ຈຳ​ຈີນ​ຂອງ 20 ປະ​ເທດ​ອາ​ຣັບ ພ້ອມ​ທັງ​ຜູ້​ຕາງ​ໜ້າ​ສັນ​ນິ​ບາດ​ປະ​ເທດ​ອາ​ຣັບ​ໄດ້ເດີນ​ທາງ​ຢ້ຽມ​ຢາມ​ຊິນ​ຈຽງ, ແລ້ວ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ຜົນ​ງານ​ທີ່​ຊິນ​ຈຽ​ຍາດ​ມາ​ໄດ້ໃນ​ດ້ານ​ຕ່າງໆ ເຊັ່ນ: ການ​ຕ້ານ​ການ​ກໍ່​ການ​ຮ້າຍ ແລະ ​ການປາ​ສະ​ຈາກ​ກຸ່ມ​ຫົວ​ຮຸນ​ແຮງ, ການ​ຮັບ​ປະ​ກັນ​ເສ​ລີ​ພາບ​ຂອງ​ປະ​ຊາ​ຊົນ​ໃນ​ການ​ເຊື່ອ​ຖື​ສາ​ສະ​ໜາ, ການ​ຊຸ​ກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ການປັບ​ປຸງຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນເປັນ​ຕົ້ນ.

ຄຳ​ເຫັນ

0