吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ຄວນຢຸດ​ຕິການ​ໂຈມ​ຕີ​ວິ​ສາ​ຫະ​ກິດ​ຈີນ​ດ້ວຍ​ຂໍ້​ອ້າງ​ທີ່ໄຮ້​ສາ​ລະ

2021-09-30 12:10:09 CRI

     ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 29 ກັນ​ຍາ​ນີ້, ທ່ານ​ນາງ​ຮ້​ວາ​ຊຸ່ນ​ຢີງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວວ່າ, ອາ​ເມ​ຣິ​ກາ​ຄວນ​ແກ້​ໄຂ​ຄວາມ​ຜິດ​ພາດ, ຢຸດ​ຕິ​ການ​​ໃຊ້​ກຳ​ລັງ​ແຫ່ງ​ຊາດຊະ​ຊາຍ ແລະ ​ຢຸດ​ຕິ​ການໂຈມ​ຕີ​ວິ​ສາ​ຫະ​ກິດ​ຈີນ​ດ້ວຍ​ຂໍ້​ອ້າງ​ທີ່​ໄຮ້​ສາ​ລະ.

    ຂ່າວ​ແຈ້ງວ່າ, ຫວ່າງ​ມໍ່ໆ​ມາ​ນີ້, ຄະ​ນະ​ກຳ​ມະ​ການ​ໂທ​ລະ​ຄົມ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ກ່າວ​ວ່າ,ຈະ​ຈັດ​​ສັນ​ງົບ​ປະ​ມານ 1,9 ຕື້​ໂດ​ລາ​ ເພື່ອຊົດ​ເຊີຍ​ຄ່າ​ໃຊ້​ຈ່າຍ​ທີ່ບໍ​ລິ​ສັດ​ໂທ​ລະ​ຄົມ​ເຂດ​ຊົນ​ນະ​ບົດ​ອາ​ເມ​ຣິ​ກາ​ຍົກ​ເລີກ​​ການ​ນຳ​ໃຊ້ເຄື່ອງ​ອຸ​ປະ​ກອນອິນ​ເຕີ​ເນັດ​ຂອງ​ບໍ​ລິ​ສັດ HUAWEI ​ຈີນ. ຕໍ່​ເລື່ອງ​ນີ້, ນາງ​ຮ​ວ້າ​ຊຸ່ນ​ຢີງ​ກ່າວ​ວ່າ:

  “ພາຍ​ໃຕ້​ສະ​ພາບ​ການ​ແຜ່​ລະ​ບາດຂອງ​ພະ​ຍາດ​ໂຄວິດ-19 ແລະ ເສດ​ຖະ​ກິດ​ອາ​ເມ​ຣິ​ກາ​ພວມຊຸດ​ໂຊມ​ລົງ,​ງົບ​ປະ​ມານ 1,9 ​ຕື້ໂດ​ລາ​ນີ້​​ຄວນ​ນຳ​ໄປ​ໃຊ້​ໃຫ້​ຖືກ​ກັບ​ຄວາມ​ຕ້ອງ​ການ​ດ່ວນ. ອາ​ເມ​ຣິ​ກາ​ໃສ່​ຮ້າຍ​ປ້າຍ​ສີບໍ​ລິ​ສັດ HUAWEI ແລະ ວິ​ສາ​ຫະ​ກິດ​ອື່ນໆ​ຂອງ​ຈີນ​ຢ່າງ​ບໍ່​ຢຸດ​ຢັ້ງ ໂດຍ​ບໍ່​ມີ​ຫຼັກ​ຖານ​ຕົວ​ຈິງ​ໃດໆ ດ້ວຍ​ຂໍ້​ອ້າງ​ທີ່ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ພຽງ​ແຕ່​ແມ່ນ​ວິ​ທີ​ການ​ລະ​ດັບ​ຊາດ​ຂອງ​ອາ​ເມ​ຣິ​ກາ​​ໃຊ້​ເພື່ອ​ຂົ່ມ​ເຫັງ​​ວິ​ສາ​ຫະ​ກິດ​ໄຮ​ເຕັກ​ຂອງ​ຈີນ ແລະ ແມ່ນ​ຂໍ້​ອ້າງລະ​ດັບ​ຕ່ຳເພື່ອ​ກີດ​ກັນ​ທາງການ​ຄ້າ​ເທົ່າ​ນັ້ນ. ອາ​ເມ​ຣິ​ກາ​ເຮັດ​ໂລ​ເລ​ທົ່ວ​ທີບ​ພາຍ​ໃນ​ປະ​ເທດ​ຕົນ, ຈີນ​ບໍ່​ສົນ​ໃຈ, ແຕ່​ອາ​ເມ​ຣິ​ກາ​ຄວນ​ແກ້​ຄວາມ​ຜິດ​ພາດ​ຂອງ​ຕົນ, ຢຸດ​ຕິ​​ໃຊ້​ກຳ​ລັງ​ແຫ່ງ​ຊາດຊະ​ຊາຍ ແລະ ໂຈມ​ຕີ​ວິ​ສາ​ຫະ​ກິດ​ຈີນ​ດ້ວຍ​ຂໍ້​ອ້າງ​ທີ່​ໄຮ້​ສາ​ລະ.”

ຄຳ​ເຫັນ

0