覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງວາງ​ກະ​ຕ່າ​ດອກ​ໄມ້​ຢູ່​ຕໍ່​ໜ້າ​ອະ​ນຸ​ສາ​ວະ​ລີ​ວິ​ລະ​ຊົນ​ປະ​ຊາ​ຊົນ​ໃນ​ວັນ​ລະ​ນຶກເຖິງ​ຜູ້​​ທີ່ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ປະ​ເທດ​ຊ​າດ​ຂອງ​ຈີນ

2021-09-30 15:36:13 cri

ທ່ານ​ສີ​ຈິ້ນ​ຜິງວາງ​ກະ​ຕ່າ​ດອກ​ໄມ້​ຢູ່​ຕໍ່​ໜ້າ​ອາ​ນຸ​ສາ​ວະ​ລີ​ວິ​ລະ​ຊົນ​ປະ​ຊາ​ຊົນ​ໃນ​ວັນ​ລະ​ນຶກເຖິງ​ຜູ້​​ທີ່ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ປະ​ເທດ​ຊ​າດ_fororder_烈士纪念日3
 

ປີ​ນີ້​ເປັນ​ປີ​ທີ່​ພັກ​ກອມ​ມູ​ນິດ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 100 ປີ. ໃນ​ວັນ​ທີ 30 ກັນ​ຍາ ຄື ວັນ​ລະ​ນຶກ​ເຖິງ​ຜູ້​​ທີ່ເສຍ​ສະຫຼະ​ຊີ​ວິດ​ເພື່ອ​​ປະ​ເທດຊາດ​ຂອງ​ຈີນ, ທ່ານ​ສີ​ຈິ້ນ​ຜິງ ​ປະ​ທານ​ປະ​ເທດ​ຈີນພ້ອມ​ຜູ້​ນຳ​ພັກ-ລັດທ່ານ​ອື່ນໆ ​ໄດ້​ຮ່ວມ​ກັນ​ກັບ​ຜູ້​​ຕາງ​ໜ້າ​ຈາກວົງ​ການ​ຕ່າງໆ​ຂອງ​ຈີນ​​ໄດ້ວາງ​ກະ​ຕ່າ​ດອກ​ໄມ້​ຢູ່​ຕໍ່​ໜ້າ​ອະ​ນຸ​ສາ​ວະ​ລີ​ວິ​ລະ​ຊົນ​ປະ​ຊາ​ຊົນ​ທີ່ສະ​ໜາມຫຼວງ​ທຽນ​ອ່ານ​ເມີນ ນະ​ຄອນຫຼວງ​ປັກ​ກິ່ງ.
 

ທ່ານ​ສີ​ຈິ້ນ​ຜິງວາງ​ກະ​ຕ່າ​ດອກ​ໄມ້​ຢູ່​ຕໍ່​ໜ້າ​ອາ​ນຸ​ສາ​ວະ​ລີ​ວິ​ລະ​ຊົນ​ປະ​ຊາ​ຊົນ​ໃນ​ວັນ​ລະ​ນຶກເຖິງ​ຜູ້​​ທີ່ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ປະ​ເທດ​ຊ​າດ_fororder_烈士纪念日4
 

ຕາມ​ສະ​ຖິ​ຕິ​ທີ່​ບໍ່​ຄົບ​ຖ້ວນ, ນັບ​ແຕ່​ສະ​ໄໝ​ໃໝ່ໃນ​ປະ​ຫວັດ​ສາດ​ຈີນ​ຄື:​ແຕ່​ປີ1840ເປັນ​ຕົ້ນ​ມາ, ​ຈີນ​ມີ​ຜູ້​ເສຍ​ສະຫຼະ​ຊີ​ວິດ ​ປະ​ມານ 20 ລ້ານ​ຄົນ​ໄດ້​ເສຍ​ສະຫຼະ​ຊີ​ວິດຢ່າງ​ອົງ​ອາດ​ກ້າ​ຫານ​ເພື່ອ​ຍາດ​ເອົາ​ຄວາມ​ເປັນ​ເອ​ກະ​ລາດ​ແຫ່ງ​ຊາດ,ເສ​ລີ​ພາບ​ແລະ​ຄວາມ​ສຸກ​​ມາ​ໃຫ້​ປະ​ຊາ​ຊົນ ກໍ​ຄື​ເພື່ອ​ຄວາມ​ຮັ່ງ​ມີ​ເຂັ້ມ​ແຂງ​ຂອງ​ປະ​ເທດ​ຊາດ. ເດືອນ​ສິງ​ຫາ​ປີ2014, ອົງ​ການ​ນິ​ຕິ​ບັນ​ຈີນ​ຍັດ​ໄດ້ຮັບ​ຮອງ​​ມະ​ຕິ​ຕົກ​ລົງ​ໂດຍ​ກຳ​ນົດ​ເອົາ​ວັນ​ທີ 30 ກັນ​ຍາ​ເປັນ​ວັນ​ລະ​ນຶກເຖິງ​ຜູ້​ທີ່​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​​ປະ​ເທດຊາດ. ໃນ​ວັນ​ທີ 30 ກັນ​ຍາ​​ຂອງແຕ່​ລະ​ປີ, ປະ​ເທດ​ຈີນ​ຈະ​ຈັດ​ກິດ​ຈະ​ກຳ​ລະ​ນຶກ​​ເຖິງຜູ້​ທີ່​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ປະ​ເທດ​ຊາດ,  ເພື່ອ​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ວິ​ລະ​ຊົນ​ໃນ​ນາມ​ປະ​ເທດ​ຊາດ, ເຮັດ​ໃຫ້​ນ້ຳ​ໃຈວິ​ລະ​ຊົນ​ຖືກ​ຈາ​ລຶກ​ໄວ້​ໃນ​ໃຈ​ຂອງ​ຊົນ​ຊາດ​ຈີນ​ຕະຫຼອດ​ໄປ.
 

ທ່ານ​ສີ​ຈິ້ນ​ຜິງວາງ​ກະ​ຕ່າ​ດອກ​ໄມ້​ຢູ່​ຕໍ່​ໜ້າ​ອາ​ນຸ​ສາ​ວະ​ລີ​ວິ​ລະ​ຊົນ​ປະ​ຊາ​ຊົນ​ໃນ​ວັນ​ລະ​ນຶກເຖິງ​ຜູ້​​ທີ່ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ປະ​ເທດ​ຊ​າດ_fororder_烈士纪念日1

ຄຳ​ເຫັນ

0