何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດພິທີມອບ “ລາງວັນລີງຄຳ” ໃນເທດສະການກາຕູນ​ແອນ​ນີ​ເມ​ເຊິນສາກົນຈີນຄັ້ງທີ 17

2021-09-30 17:03:10 CRI

ຈັດພິທີມອບ “ລາງວັນລີງຄຳ” ໃນເທດສະການກາຕູນ​ແອນ​ນີ​ເມ​ເຊິນສາກົນຈີນຄັ້ງທີ 17_fororder_30动漫节3_副本

ຕອນຄ່ຳວັນທີ 29 ກັນຍານີ້, ພິທີມອບ “ລາງວັນລິງຄຳ” ໃນເທດສະການກາຕູນແອນ​ນີ​ເມ​ເຊິນສາກົນຈີນຄັ້ງທີ17ທີ່ຈັດໂດຍສະຖານີວິທະຍຸໂທລະພາບສູນກາງຈີນໄດ້ຈັດຂຶ້ນຢູ່ນະຄອນຮາງໂຈ່. ງາຍປະ​ກວດ “ລາງວັນ​ລີງຄຳ” ແມ່ນ​ກຽດ​ຕິ​ຍົດ​ສູງ​ສຸດ​ລະ​ດັບສາກົນໃນການປະກວດຜົນງານກາຕູນແອນ​ນີ​ເມ​ເຊິນດີເດັ່ນ, ​ວົງ​ການ​ກາ​ຕູນ​ພາຍ​ໃນ​ປະ​ເທດ​ຍ້ອງວ່າ: ນີ້​ແມ່ນ “ລາງວັນສູງສຸດຂອງກາຕູນແອນ​ນີ​ເມ​ເຊິນຈີນ”.

ຈັດພິທີມອບ “ລາງວັນລີງຄຳ” ໃນເທດສະການກາຕູນ​ແອນ​ນີ​ເມ​ເຊິນສາກົນຈີນຄັ້ງທີ 17_fororder_30动漫节1_副本

ປີນີ້, ການ​ປະ​ກວດ “ລາງວັນ​ລິງ​ຄຳ”ໄດ້​​ເຕົ້າ​ໂຮມ​ຜົນ​ງານ​ກາ​ຕູນແອນ​ນີ​ເມ​ເຊິນ​ທີ່​ປະ​ດິດ​ສ້າງ​ໃໝ່​ຈາກ​ໂລກ​ຜ່ານ​ທາງ​ອອນ​ລາຍ ແລະ ອອ​ຟ​ລາຍ, ໄດ້​ຮັບ​ຜົນ​ງານ​ກາ​ຕູນ 1176 ເລື່ອງ​ຈາກ 16 ປະ​ເທດ ແລະ ເຂດ​ແຄວ້ນ​ສົ່ງ​ເຂົ້າ​ຮ່ວມ​ປະ​ກວດ, ເຊິ່ງ​ມີ​ຈຳ​ນວນ​ເພີ່ມ​ຂຶ້ນຫຼາຍ​ເມື່ອ​ທຽບ​ໃສ່​ປີ 2020.

ຈັດພິທີມອບ “ລາງວັນລີງຄຳ” ໃນເທດສະການກາຕູນ​ແອນ​ນີ​ເມ​ເຊິນສາກົນຈີນຄັ້ງທີ 17_fororder_30动漫节2_副本

ໃນ​ງານຄັ້ງ​ນີ້ໄດ້ມີ​ຜົນ​ງານ 31 ລາຍ​ການ​ທີ່​ໄດ້​ຮັບ​ລາງວັນ​ຄຳ ລາງວັນ​ເງິນ ແລະ ລາງວັນ​ທອງ ​ເຊິ່ງ​ລວມ​ທັງ​ປະ​ເພດກາ​ຕູນແອນ​ນີ​ເມ​ເຊິນ​ທີ່​ເປັນ​ລະ​ບົບ​ສັງ​ລວມ, ວີ​ດີ​ໂອ​ກາ​ຕູນແອນ​ນີ​ເມ​ເຊິນ​ສັ້ນ​ສັງ​ລວມ, ຮູບ​ກາ​ຕູນ​​ສັງ​ລວມ ແລະ ອື່ນໆ, ພ້ອມ​ດ້ວຍ​ວີ​ດີ​ໂອ​ກາ​ຕູນແອນ​ນີ​ເມ​ເຊິນ​ສັ້ນ ແລະ ຮູບ​ກາ​ຕູນ​ທີ່​ມີ​ກຳ​ລັງ​ບົ່ມ​ຊ້ອນ​ດີ​ເດັ່ນ.

 

ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ຍັງ​ໄດ້​ຈັດ​ງານ​ສັງ​ສັນເພື່ອການ​ລົງ​ທຶນ​ສຳ​ລັບ​ຜົນ​ງານ​ທີ່​​ໄດ້​ຮັບ​ລາງວັນ, ເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ໃນ​ດ້ານ​ຕ່າງໆ, ເຊັ່ນ: ການ​ພິມ​ຈຳ​ໜ່າຍ, ການ​ປົກ​ປ້ອງ​​ລິກ​ຂະ​ສິດ, ​ການ​ພັດ​ທະ​ນາຜະ​ລິດ​ຕະ​ພັນ​ກ່ຽວ​ຂ້ອງ, ການ​ລົງ​ທຶນ, ການ​ຜະ​ລິດ​ຮູບ​ຊົງ​​ຈຳ​ລອງ, ການ​ປະ​ດິດ​ສ້າງ​ກາ​ຕູນແອນ​ນີ​ເມ​ເຊິນແລະ​ອື່ນໆ. ໃນ​ມື້​ດຽວ​ກັນ, ໄດ້​ມີ ວິ​ສາ​ຫະ​ກິດ 6 ກຸ່ມ​​ມີ​ຈຸດ​ປະ​ສົງ​ທີ່​ຈະ​ຮ່ວມ​ມື​ກັນ.

ຄຳ​ເຫັນ

0