徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຂະ​ບວນ​ລົດ​ໄຟທີ່​ຜ່ານ​ດ່ານ​ໂດຍ​ໄວ​ລະ​ຫວ່າງ​ຈີນ​-ຫວຽດ​ນາມ ຂະ​ບວນ​ທຳ​ອິດ​ຂອງ​ຈີນເດີນ​ອອກ​​ຈາກດ່ານ​ພີງ​ຊຽງໄປ​ສູ່​ຫວຽດ​ນາມ

2021-10-01 14:55:51 cri

ວັນ​ທີ 30 ກັນ​ຍາ​ແລ້ວນີ້, ຂະ​ບວນ​ລົດ​ໄຟທີ່​ຜ່ານ​ດ່ານ​ໂດຍ​ໄວ​ລະ​ຫວ່າ​ຈີນ​-ຫວຽດ​ນາມ ຂະ​ບວນ​ທຳ​ອິດ​ຂອງ​ຈີນ​ໄດ້​ບັນ​ທຸກ​ເຄື່ອງ​ອາ​ໄລ່​ລົດ​ຍົນ, ຜະ​ລິດ​ຕະ​ພັນ​ເຈ້ຍ​ແລະ​ສິນ​ຄ້າ​ອື່ນໆເດີນ​ອອກ​ຈາກ​ດ່ານພີງ​ຊຽງ​ເຂດກວາງ​ຊີ​ຈີນ​ໄປ​ສູ່ຫວຽດ​ນາມ, ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງໃຫ້​ເຫັນ​ວ່າ: ການ​ຈໍ​ລະ​ຈອນ​ສິນ​ຄ້າ​ຂ້າມ​ຊາຍ​ແດນດ້ວຍ​ຊ່ອງ​ທາງ​ໃໝ່​ທາງ​ບົກ​ແລະ​ທາງ​ທະ​ເລ​ພາກ​ຕາ​ເວັນ​ຕົກຈີນ​ໄດ້​ຮັບ​ການ​ພັດ​ທະ​ນາ​ໃໝ່.

 

   ຂ່າວ​ແຈ້ງວ່າ, ຂະ​ບວນ​ລົດ​ໄຟ​ນີ້​ແມ່ນ​ເດີນ​ອອກ​ຈາກ​ທ່າ​​ລົດ​ໄຟ​ສາ​ກົນ​ໜານ​ນີງ​ໃນ​ວັນ​ທີ 29 ກັນ​ຍາ​ແລ້ວ​ນີ້, ພາຍ​ຫຼັງ​ໄດ້​ສຳ​ເລັດວຽກ​ງານ​ລາຍ​ງານແລະ​ກວດ​ກາ​ຢູ່​ບ່ອນ​ອອກ​ເດີນ​ທາງ​ແລ້ວ, ໄດ້ນຳ​ໃຊ້​ຮູບ​ແບບ​​ຜ່ານ​ດ່ານໂດຍ​ໄວ​, ອອກ​ຈາກ​ດ່ານ​ພີງ​ຊຽງ​ໄປ​ສູ່​ຫວຽດ​ນາມຢ່າງ​ສະ​ດວກ​ໃນ​ວັນ​ທີ 30 ກັນ​ຍາ​ແລ້ວ​ນີ້.

 

   ເພື່ອ​ເຮັດ​ໃຫ້​ຊ່ອງ​ທາງ​ຈໍ​ລະ​ຈອນ​ສິນ​ຄ້າ​ສາ​ກົນ​ຫັນ​ເປັນ​ແບບ​ສະ​ດວກ​ຕື່ມ​ອີກ, ຍົກ​ສູງປະ​ສິດ​ທິ​ພາບ​ການ​ຂົ່ນ​ສົ່ງ​ແລະ​ການ​ຜ່ານ​ດ່ານ​ສຳ​ລັບສິນ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຜ່ານ​ທາງ​ລົດ​ໄຟ​ຂອງ​ຈີນ, ດ່ານ​ພີງ​ຊຽງ​ໄດ້​ນຳ​ໃຊ້​ຮູບ​ແບບ​​ຜ່ານ​ດ່ານ​​ໂດຍໄວ​ຢ່າງ​ເປັນ​ທາງ​ການ​ແລະ​ເລີ່ມ​ທົດ​ລອງນຳ​ໃຊ້​ໃນ​ການ​ເດີນ​ທາງ​ຂອງຂະ​ບວນ​ລົດ​ໄຟ​ຈີນ-​ຫວຽດ​ນາມ.

ຄຳ​ເຫັນ

0