徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຫຼີ​ເຄີ້​ສຽງ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ຜູ້​ຊ່ຽວ​ຊານ​ຕ່າງ​ປະ​ເທດ​ທີ່​ໄດ້​ຮັບ​ລາງວັນ​ມິດ​ຕະ​ພາບ​ລັດ​ຖະ​ບາ​ນ​ຈີນ​ປີ 2020 ແລະ​ປີ 2021

2021-10-01 14:56:18 cri

ໃນ​ຕອນ​ບ່າຍ​ຂອງວັນ​ທີ 30 ກັນ​ຍາ​ແລ້ວ​ນີ້, ທ່ານ​ຫຼີ​ເຄີ້​ສຽງ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​​ຜູ້​ຊ່ຽວ​ຊານ​ຕ່າງ​ປະ​ເທດ​ທີ່​ໄດ້​ຮັບ​ລາງວັນ​ມິດ​ຕະ​ພາບ​ລັດ​ຖະ​ບາ​ນ​ຈີນ​ປີ 2020 ແລະ​ປີ 2021 ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ.

 

   ທ່ານຫຼີ​ເຄີ້​ສຽງ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງສຸດ​ອົກ​ສຸດ​ໃຈ​ຕໍ່​ຜູ້​ຊ່ຽວ​ຊານ​ຕ່າງ​ປະ​ເທດ​ທີ່​ໄດ້​ຮັບ​ລາງວັນ, ໄດ້ຍ້ອງ​ຍໍ​ຢ່າງ​ເຕັມ​ທີ່​ຕໍ່ການປະ​ກອບ​ສ່ວນ​ຂອງ​ພວກ​ເພິ່ນ​ໃນການ​ປະ​ຕິ​ຮູບ​ແລະເປີດ​ປະ​ຕູ​ສູ່​ພາຍນອກ, ​ການ​ພັດ​ທະ​ນາແລະ​ຄວາມ​ກ້າວ​ໜ້າ​ຂອງ​ຈີນ, ພ້ອມ​ທັງການ​ໄປ​ມາ​ຫາ​ສູ່​ກັນ​ຢ່າງ​ມີ​ໄມ​ຕີ​ຈິດມິດ​ຕະ​ພາບ​ລະ​ຫວ່າງ​ຈີນ​ກັບ​ຕ່າງ​ປະ​ເທດ, ​ແລະຝາກ​ດ້ວຍ​ເຂົາ​ເຈົ້າ​ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​ອົບ​ອຸ່ນ​ໄປ​ຍັງ​ພວກ​ຜູ້​ຊ່ຽວ​ຊານ​ຕ່າງ​ປະ​ເທດ​​ແລະ​ຄອບ​ຄົວ​ທີ່​ເຮັດ​ວຽກ​ຢູ່​ຈີນ​ທັງ​ໝົດ, ພ້ອມ​ດ້ວຍ​ເພື່ອນ​ມິດ​ສາ​ກົນ​ທີ່​​ເອົາ​ໃຈ​ໃສ່​ແລະ​​ສະ​ໜັບ​ສະ​ໜູນ​​ການ​ພັດ​ທະ​ນາ​ຂອງ​ຈີນ.

 

   ຜູ້​ຊ່ຽວ​ຊານ​ຕ່າງ​ປະ​ເທດ​ທີ່​ໄດ້​ຮັບ​ລາງວັນໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ນຳ​ລັດ​ຖະ​ບານ​ຈີນ​ທີ່​ໄດ້ມອບ​ລາງວັນ​ໃຫ້​ແລະ​ການ​ຕ້ອນ​ຮັບ​​ຂອງ​ທ່ານ​ຫຼີ​ເຄີ້​ສຽງ, ກ່າວ​ວ່າ​ຈະ​ສືບ​ຕໍ່​ປະ​ກອບ​ສ່ວນ​​ເຂົ້າ​ໃນ​ການຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ຈີນ.

ຄຳ​ເຫັນ

0