秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂທລະເລກອວຍພອນ ວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 72 ປີ

2021-10-01 13:47:20 cri

ຂປລ. ໃນວັນທີ 1 ຕຸລາ 2021 ນີ້, ສະຫາຍ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກອວຍພອນ ເຖິງ ສະຫາຍ ຫລີ ເຄີ້ສຽງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ເນື່ອງໃນໂອກາດ ສະເຫລີມສະຫລອງ ວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 72 ປີ.

ເນື້ອໃນໂທລະເລກລະບຸວ່າ: ເນື່ອງໃນໂອກາດການສະເຫລີມສະຫລອງ ວັນສະຖາປະນາ ສາທາ ລະນະລັດ ປະຊາຊົນຈີນ ຄົບຮອບ 72 ປີ, ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະ ເສີດມາຍັງສະຫາຍ ນາຍົກລັດຖະມົນຕີ ແລະ ຜ່ານສະຫາຍ ໄປຍັງລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງທຸກຖ້ວນໜ້າ.

ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ຕະຫລອດໄລຍະ 72 ປີ ຜ່ານມາ ພາຍໃຕ້ການຊີ້ນຳ ນໍາພາອັນສະຫລາດສ່ອງໃສຂອງພັກກອມມູນິດຈີນ, ປະຊາຊົນຈີນອ້າຍນ້ອງ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ການທົດສອບນາໆປະການ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ ຈົນຍາດໄດ້ຜົນສຳເລັດອັນໃຫຍ່ຫລວງຢ່າງຮອບດ້ານ ໃນການສ້າງສາພັດທະນາປະເທດຊາດ ຕາມເສັ້ນທາງສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ, ພາຍໃຕ້ການຊີ້ນຳ ນຳພາຂອງ ສະຫາຍ ສີ ຈິ້ນຜິງ ເປັນແກນນຳ, ສປ ຈີນ ໄດ້ບັນລຸເປົ້າໝາຍສູ້ຊົນ 100 ປີ ເຫດການທຳອິດ ແລະ ຂອງການສ້າງສັງຄົມອິ່ມໝຳສຳລານຢ່າງຮອບດ້ານ ແລະ ກ້າວໄປສູ່ການເປີດສັງກາດໃໝ່ເພື່ອແນໃສ່ການບັນລຸເປົ້າໝາຍສູ້ຊົນ 100 ປີ ເຫດການທີສອງ ໃນການສ້າງຄວາມຝັນຂອງຈີນ ເພື່ອຟື້ນຟູຄວາມຈະເລີນຮຸ່ງເຮື່ອງຂອງກປະຊາຊາດຈີນ ດ້ວຍບາດກ້າວທີ່ໜັກແໜ້ນ. ເສດຖະກິດ ຂອງ ສປ ຈີນ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ວ່ອງໄວ ຈົນກາຍເປັນມະຫາອຳນາດດ້ານເສດຖະກິດແຖວໜ້າຂອງໂລກ. ພ້ອມດຽວກັນນັ້ນ, ຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງຂອງ ສປ ຈີນ ຍັງເປັນກົນໄກອັນສຳຄັນຕໍ່ການຮ່ວມມືດ້ານເສດຖະກິດ ກັບ ບັນດາປະເທດໃນຂົງເຂດພາກພື້ນ ແລະ ໃນໂລກ ແລະ ກໍ່ໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງ, ອັນໄດ້ເຮັດໃຫ້ບົດບາດ ແລະ ອິດທິພົນຂອງ ສປ ຈີນ ນັບມື້ນັບສູງເດັ່ນຂື້ນໃນເວທີພາກພື້ນ ແລະ ສາກົນ. ອັນທີ່ພົ້ນເດັ່ນ ແມ່ນ ສປ ຈີນ ປະສົບຜົນສຳເລັດຢ່າງສູງໃນການປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມ ການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ດ້ວຍມາດຕະການຕ່າງໆ ທີ່ມີປະສິດທິຜົນສູງ ໄດ້ກາຍເປັນຕົວແບບທີ່ດີໃຫ້ແກ່ປະເທດອື່ນໆ ລວມທັງການສະໜອງວັກຊິນໃຫ້ແກ່ຫລາຍປະເທດໃນໂລກ.

ລັດຖະບານ ແລະ ປະຊາຊົນລາວ ພວກຂ້າພະເຈົ້າ ຍາມໃດ ກໍ່ໃຫ້ຄວາມສຳຄັນເປັນພິເສດ ຕໍ່ການພົວພັນຮ່ວມມື ກັບ ລັດຖະບານ ແລະ ປະຊາຊົນ ສປ ຈີນ, ຊຶ່ງເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການພົວພັນແບບຄູ່ຮ່ວມຊາຕາກຳລາວ-ຈີນ, ຈີນ-ລາວ, ທີ່ເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການຮ່ວມມືໃນໄລຍະໃໝ່ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດລາວ ແລະ ຈີນ ໃຫ້ນັບມື້ນັບຫລາຍຂຶ້ນ. ພ້ອມນີ້. ຂ້າພະເຈົ້າ ກໍ່ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈເປັນຢ່າງສູງ ທີ່ຕະຫລອດໄລຍະຜ່ານມາພັກ-ລັດ ແລະ ປະຊາຊົນຈີນອ້າຍນ້ອງ ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ຢ່າງໃຫຍ່ຫລວງ ແກ່ພາລະກິດເພື່ອປົດປ່ອຍຊາດໃນເມືອກ່ອນ ກໍ່ຄື ໃນພາລະກິດປົກປັກຮັກສາສ້າງສາປະເທດຊາດລາວ ຕາມທິດສັງຄົມນິຍົມໃນປັດຈຸບັນ. ພິເສດ ແມ່ນການຊ່ວຍເຫລືອອັນລໍ້າຄ່າດ້ານການແພດ, ການສົ່ງຊ່ຽວຊານຈີນ ມາຊ່ວຍເຫລືອ ສປປ ລາວ ໃນໄລຍະການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ການຊ່ວຍເຫລືອໃນການສະໜອງວັກຊິນຕ້ານໂຄວິດ-19 ໃຫ້ແກ່ ສປປ ລາວ ຫລາຍລ້ານໂດສ, ອັນໄດ້ປະກອບສ່ວນສຳຄັນ ເຮັດໃຫ້ ສປປ ລາວ ສາມາດສະກັດກັ້ນ ແລະ ຄວບຄຸມພະຍາດໂຄວິດ-19 ໃນປັດຈຸບັນ.

ປີ 2021 ເປັນປີທີ່ມີຄວາມໝາຍສຳຄັນຕໍ່ ສປປ ລາວ ແລະ ສປ ຈີນ ກໍ່ຄື ຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ ເປັນປີມິດຕະພາບ ລະຫວ່າງ ລາວ-ຈີນ ກໍ່ຄື ເປັນປີຄົບ ຮອບ 100 ປີ ຂອງການສ້າງຕັ້ງພັກກອມມູນິດຈີນ. ຕະຫລອດໄລຍະທີ່ຜ່ານມາ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ອ້າຍນ້ອງ ໄດ້ຮັບການເພີ່ມທະວີນັບມື້ນັບສູງຂື້ນ, ການຂະຫຍາຍຕົວຂອງການຮ່ວມມືສອງຝ່າຍໃນດ້ານຕ່າງໆ ໄດ້ນຳເອົາຜົນປະໂຫຍດອັນໃຫຍ່ຫລວງ ມາສູ່ປະຊາຊົນສອງຊາດພວກເຮົາ ແລະ ໃນທ້າຍປີ 2021 ນີ້ ເສັ້ນ ທາງລົດໄຟລາວ-ຈີນ ກໍ່ຈະໄດ້ເປີດນຳໃຊ້ຢ່າງເປັນທາງການ, ຊຶ່ງເປັນໂຄງການສັນຍາລັກຂອງການຮ່ວມມືຕົວຈິງ ລະຫວ່າງ 2 ຊາດລາວ-ຈີນ, ເປັນໂຄງການຕົວແບບໃນການປະຕິບັດຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງຂອງ ສປ ຈີນ ທີ່ຈະເຫັນຜົນປະຈັກຕາ. ອັນນີ້ໄດ້ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະ ພາບທີ່ເປັນມູນເຊື້ອ ເຊິ່ງໄດ້ຖະນຸຖະໜອມເພີ່ມພູນຄູນສ້າງ ທີ່ມີປະສິດທິພາບຢ່າງຕໍ່ເນື່ອງ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ.

ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍອວຍພອນໃຫ້ ສາຍພົວພັນມິດຕະພາບອັນເປັນມູນ ເຊື້ອ ແລະ ການຮ່ວມມືແບບຄູ່ຮ່ວມມືຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ຈົ່ງແຕກດອກອອກຜົນຍິ່ງໆຂື້ນ, ປະກອບສ່ວນສ້າງຄວາມເຂັ້ມແຂງແກ່ທັງສອງປະເທດລາວ ແລະ ຈີນ, ທັງເປັນການປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.
ອວຍພອນໃຫ້ ສະຫາຍ ນາຍົກລັດຖະມົນຕີ, ຄະນະລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ຈົ່ງມີພະລານາໄມທີ່ສົມບູນ, ມີຄວາມຜາສຸກ ແລະ ສືບຕໍ່ນຳພາປະເທດຈີນ ກ້າວຂື້ນຢ່າງໜັກແໜ້ນ ຕາມເສັ້ນທາງສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ, ບັນລຸເປົ້າໝາຍ 100 ປີ ເຫດການທີສອງ ແລະ ຄວາມມຸ້ງຫວັງແຫ່ງການຟື້ນຟູຄວາມຮຸ່ງເຮືອງສີວິໄລຂອງຊາດຈີນ.

ໃນໂອກາດດຽວກັນ, ສະຫາຍ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ກໍໄດ້ສົ່ງໂທລະເລກອວຍພອນເຖິງ ສະຫາຍ ຫວັງ ອີ້ ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງຕ່າງປະ ເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ເນື່ອງໃນໂອກາດສະເຫລີມສະຫລອງ ວັນສະຖາປະນາ ສາ ທາລະນະລັດ ປະຊາຊົນຈີນ ຄົບຮອບ 72 ປີ ເຊັ່ນດຽວກັນ.

ຄຳ​ເຫັນ

0