秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດຖະບານລາວເປີດການສັນຈອນອີກຄັ້ງໃນນະຄອນຫຼວງ ແຕ່ໃນເວລາທີ່ຈໍາກັດ

2021-10-01 11:52:50 cri

ລັດຖະບານລາວເປີດການສັນຈອນອີກຄັ້ງໃນນະຄອນຫຼວງ ແຕ່ໃນເວລາທີ່ຈໍາກັດ_fororder_01

30 ກັນຍາ 2021ນີ້, ທ່ານ ນ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າຄະນະສະເພາະກິດ ຕາງໜ້າລັດຖະບານປະກາດແຈ້ງໃຫ້ມວນຊົນສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ຂອງລັດຖະບານກໍຄື ຄຳສັ່ງເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ແຈ້ງການ ເລກທີ 1094/ຫສນຍ, ລົງວັນທີ 31 ສິງຫາ 2021 ແລະ ເລກທີ 1177/ຫສນຍ, ລົງວັນທີ 15 ກັນຍາ 2021 ອອກໄປຕື່ມອີກ 15 ວັນໂດຍເລີ່ມຈາກວັນທີ 1 ຕຸລາ ຫາ 15 ຕຸລາ 2021.

ພ້ອມດຽວກັນນີ້, ລັດຖະບານຍັງມີບາງມາດຕະການຜ່ອນຜັນເຊັ່ນ ເປີດການສັນຈອນຄືນໃໝ່ ຫຼັງປິດການສັນຈອນມາແຕ່ວັນທີ 19-30 ກັນຍາ 2021 ເຊິ່ງສາມາດເປີດຄືນໄດ້ ແຕ່ຢູ່ໃນເວລາທີ່ຈໍາກັດເທົ່ານັ້ນກໍຄື ປິດການສັນຈອນຂອງພາຫະນະຢູ່ນະຄອນຫຼວງ ແລະບັນດາແຂວງທີ່ມີການລະບາດໃນຊຸມຊົນຕັ້ງແຕ່ເວລາ 21:00 ໂມງ-05:00 ໂມງເຊົ້າ, ຍົກເວັ້ນລົດຂົນສົ່ງສິນຄ້າ, ສະບຽງອາຫານ, ອຸປະກອນການແພດ, ລົດຂົນສົ່ງຄົນເຈັບ, ລົດດັບເພີງ, ລົດກູ້ໄພ, ລົດຄະນະສະເພາະກິດ, ລົດຂອງເຈົ້າໜ້າທີ່ປະຕິບັດງານ ແລະ ລົດທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ.

ນອກນັ້ນຍັງ ອະນຸຍາດໃຫ້ເປີດໂຮງຈັກໂຮງງານ ແລະ ວິສາຫະກິດ ຢູ່ໃນເຂດທີ່ບໍ່ມີການລະບາດໃນຊຸມຊົນ; ອະນຸຍາດໃຫ້ເປີດຮ້ານຕັດຜົມ ແລະ ຮ້ານເສີມສວຍ ຢູ່ນອກເຂດແດງ ໂດຍໃຫ້ບໍລິການສະເພາະຕັດແຕ່ງຜົມເທົ່ານັ້ນ, ສ່ວນການບໍລິການອື່ນໆ ແມ່ນຫ້າມເດັດຂາດ ແຕ່ບັນຫົວໜ່ວຍທຸລດກິດທີ່ໄດ້ຮັບອະນຸຍາດຕ້ອງປະຕິບັດ ຕາມຄໍາແນະນໍາຂອງຄະນະສະເພາະກິດຢ່າງເຂັ້ມງວດເຊັ່ນ: ຂ້າເຊື້ອ, ໃສ່ຜ້າອັດປ້າ-ດັງ, ມີການວັດແທກອຸນຫະພູມ, ລ້າງມືໃສ່ເຈວ ຫຼືສະບູ ແລະອື່ນໆ.

ສຳລັບຜູ້ໂດຍສານ ແລະ ຜູ້ຂັບຂີ່ລົດ ເຂົ້າ-ອອກ ແຂວງທີ່ມີການລະບາດໃນຊຸມຊົນ ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ຈາກແຂວງຕົ້ນທາງ ແລະ ປາຍທາງ.

ຄຳ​ເຫັນ

0