秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະຫາຍເລຂາທິການໃຫຍ່ ປະທານປະເທດລາວສົ່ງຄຳອວຍພອນວັນຊາດແຫ່ງ ສປ ຈີນ

2021-10-01 13:32:43 cri

ສະຫາຍເລຂາທິການໃຫຍ່ ປະທານປະເທດລາວສົ່ງຄຳອວຍພອນວັນຊາດແຫ່ງ ສປ ຈີນ_fororder_01

ເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບ ຮອບ 72 ປີ (01 ຕຸລາ 1949 - 01 ຕຸລາ 2021) ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ສົ່ງໂທລະເລກອວຍພອນ ເຖິງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫ່ຍ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດແຫ່ງ ສປ ຈີນໃນວັນທີ 30 ກັນຍາ 2021ຜ່ານມາ.

ເນື້ອໃນໂທລະເລກໄດ້ຂຽນວ່າ: ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 72 ປີ,ໃນນາມຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ ແລະຕາງໜ້າໃຫ້ປະຊາຊົນລາວບັນດາເຜົ່າ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງສະຫາຍ ແລະ ໂດຍຜ່ານສະຫາຍ ໄປຍັງຄະນະກໍາມະການສູນກາງພັກກອມມູນິດຈີນ ແລະ ປະຊາຊົນຈີນອ້າຍນ້ອງທຸກຖ້ວນໜ້າ.

ຂ້າພະເຈົ້າມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າ ນັບແຕ່ສາທາລະນະລັດ ປະຊາຊົນຈີນ ໄດ້ຮັບການສະຖາປະນາ ໃນວັນທີ 01 ຕຸລາ 1949 ເປັນຕົ້ນມາ, ພາຍໃຕ້ການນໍາພາອັນສະຫລາດສ່ອງໃສ, ປະດິດສ້າງຂອງພັກກອມມູນິດຈີນ, ປະຊາຊົນຈີນ ອ້າຍນ້ອງ ໄດ້ສ້າງປະຫວັດສາດໜ້າໃໝ່ ແຫ່ງ ການສ້າງສາພັດທະນາປະເທດຊາດ, ສາມາດຍາດໄດ້ຜົນສໍາເລັດອັນສໍາຄັນ, ຮອບດ້ານ ແລະ ໜັກແໜ້ນ ໃນການສ້າງສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ. ສາທາລະນະລັດ ປະຊາຊົນຈີນ ໄດ້ມີການພັດທະນາຢ່າງໃຫຍ່ຫລວງ, ມະຫັດສະຈັນ ແລະ ກ້າວກະໂດດ, ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະຫງົບສຸກ ກົມກຽວປອງດອງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບມີຄວາມເຂັ້ມແຂງທັນສະໄໝ, ເສດຖະກິດມີການຂະຫຍາຍຕົວຢ່າງວ່ອງໄວຕໍ່ເນື່ອງ, ວຽກງານການລົບລ້າງຄວາມທຸກຍາກ ໃຫ້ແກ່ປະຊາຊົນຫລາຍຮ້ອຍລ້ານຄົນ ໄດ້ປະສົບຜົນສຳເລັດອັນໃຫຍ່ຫລວງ, ບົດບາດ ແລະ ອິດທິພົນຂອງ ສປ ຈີນ ນັບມື້ນັບພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ອັນພົ້ນເດັ່ນທີ່ສຸດ ແມ່ນໄດ້ບັນລຸເປົ້າໝາຍສູ້ຊົນ “100 ປີ ເຫດການທໍາອິດ” ໃນການສ້າງສັງຄົມອີ່ມໜໍາສໍາລາຢ່າງຮອບດ້ານ. ຜົນສໍາເລັດທີ່ ພັກ, ລັດ ແລະ ປະຊາຊົນຈີນອ້າຍນ້ອງ ຍາດມາໄດ້ໃນຕະຫລອດໄລຍະ 72 ປີ ຜ່ານມາ ໄດ້ເປັນພື້ນຖານອັນໜັກແໜ້ນ ແລະ ເປັນການສ້າງທ່ວງທ່າໃໝ່ ໃຫ້ແກ່ການສືບຕໍ່ພາລະກິດສ້າງສາພັດທະນາ ລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ກໍຄື ເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການບັນລຸເປົ້າໝາຍ “100 ປີ ເຫດການທີສອງ” ເພື່ອຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊາດຈີນ ໃນກາງສັດຕະວັດນີ້.

ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດຮອບດ້ານ, ໃຫຍ່ຫລວງເປັນປະຫວັດການ ທີ່ປະຊາຊົນຈີນອ້າຍນ້ອງຍາດມາໄດ້ ແລະ ຖືຜົນສໍາເລັດດັ່ງກ່າວເປັນການປຸກ ລະດົມໃຈອັນແຮງກ້າ ແກ່ ພັກ, ລັດ ແລະ ປະຊາຊົນລາວ ພວກຂ້າພະເຈົ້າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງຕົນ. ຂໍຖືໂອກາດນີ້, ຕາງໜ້າພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ອວຍພອນໃຫ້ປະຊາຊົນຈີນອ້າຍນ້ອງ ໂດຍພາຍໃຕ້ການນໍາພາອັນຖືກຕ້ອງ, ເດັດດ່ຽວໜຽວ ແໜ້ນ ຂອງ ພັກກອມມູນິດຈີນ ອັນມີ ສະຫາຍ ສີ ຈິ້ນຜິງ ເປັນແກນກາງນັ້ນ ຈົ່ງປະສົບຜົນສໍາເລັດອັນ ໃໝ່ໃຫຍ່ຫລວງກວ່າເກົ່າ ໃນພາລະກິດແຫ່ງການພັດທະນາປະເທດຊາດ ຕາມເສັ້ນທາງສັງຄົມນິຍົມທີ່ທັນສະໄໝ ທີ່ມີສີສັນພິເສດຂອງຈີນ ຕາມຄາດໝາຍທີ່ວາງໄວ້, ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIX ຂອງພັກ ຢ່າງມີໄຊ, ສູ້ຊົນບັນລຸເປົ້າໝາຍ “100 ປີ ເຫດການທີສອງ” ກໍ່ຄື ຄວາມມຸ້ງຫວັງໃນການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນ. ພັກ, ລັດ ແລະ ປະຊາຊົນລາວ ຢຶດໝັ້ນ ແລະ ຖືສໍາຄັນການພົວພັນຮ່ວມມືກັບພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ແລະ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າຕະຫລອດໄລຍະ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ, ສາຍພົວ ພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ບົນພື້ນຖານການພົວພັນແບບຄູ່ຮ່ວມຊາຕາກໍາ ລາວ-ຈີນ ພວມນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດພວກເຮົາ. ບັນດາໂຄງການຮ່ວມມືສໍາຄັນທາງດ້ານຍຸດທະສາດ ລະຫວ່າງ ສອງປະເທດ ພວມໄດ້ຮັບການເສີມຂະຫຍາຍ ແລະ ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ໂດຍສະເພາະແມ່ນ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ກໍໃກ້ຈະເປີດນໍາໃຊ້ໃນທ້າຍປີນີ້, ບັນດາໂຄງການຮ່ວມມື ທີ່ສະຫາຍ ໄດ້ປະກາດໃຫ້ການຊ່ວຍເຫລືອໃນ ປີ 2017 ກໍພວມໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ສ້າງຜົນປະໂຫຍດຢ່າງຫລວງຫລາຍໃຫ້ແກ່ປະຊາຊົນລາວບັນດາເຜົ່າ.

ຂໍຖືໂອກາດນີ້, ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ຕໍ່ພັກ, ລັດ ແລະ ປະຊາຊົນຈີນອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອອັນໃຫຍ່ຫລວງແກ່ປະຊາຊົນລາວ ມາໂດຍຕະຫລອດ. ອັນພິເສດ ແມ່ນໄດ້ສົ່ງຊ່ຽວຊານ, ແພດໝໍ ພ້ອມດ້ວຍການຊ່ວຍເຫລືອທາງດ້ານອຸ ປະກອນການແພດ ແລະ ວັກຊິນ ຈໍານວນຫລາຍລ້ານຫລອດໃຫ້ແກ່ ສປປ ລາວ ເພື່ອນໍາໃຊ້ເຂົ້າໃນວຽກງານຕ້ານ, ສະກັດກັ້ນ ການລະບາດຂອງພະຍາດໂຄວິດ-19 ຢ່າງມີປະສິດທິຜົນ.

ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ບົນພື້ນຖານການເປັນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ ກໍຄື ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ແລະ ຄູ່ຮ່ວມຊາຕາກໍາ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ, ຈີນ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນ ແລະ ໄດ້ຮັບການເສີມຂະຫຍາຍໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.

ຂໍອວຍພອນໃຫ້ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ ແລະ ປະສົບຜົນສໍາເລັດອັນໃໝ່ໃຫຍ່ຫລວງກວ່າເກົ່າ ໃນໜ້າທີ່ອັນມີກຽດສະຫງ່າ ແລະ ສູງສົ່ງຂອງສະຫາຍ.

 

ຄຳ​ເຫັນ

0