莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄະນະກຳມະການໂອລິມປິກສາກົນພິຈາລະນາມາດຕະການປ້ອງກັນໂຄວິດຂອງງານກິລາໂອລິມປິກລະດູໜາວປັກກິ່ງ2022

2021-10-02 17:47:13 cri

ຄະນະກຳມະການໂອລິມປິກສາກົນພິຈາລະນາມາດຕະການປ້ອງກັນໂຄວິດຂອງງານກິລາໂອລິມປິກລະດູໜາວປັກກິ່ງ2022_fororder_微信图片_20211002105608

ວັນທີ 29 ກັນຍາ2021, ທ່ານ ໂທມັສ ບັສ ປະທານຄະນະກຳມະການໂອລິມປິກສາກົນໄດ້ເປັນປະທານຈັດກອງປະຊຸມຄະນະບໍລິຫານງານ, ໂດຍມີທ່ານ ອັນຕຼູ ພາຊັນສ  ປະທານຄະນະກຳມະການໂອລິມປິກຄົນພິການສາກົນເຂົ້າຮ່ວມ, ເພື່ອພິຈາລະນາວາລະສຳຄັນທີ່ເນັ້ນໃສ່ມາດຕະການໃນການປ້ອງກັນແລະຄວບຄຸມພະຍາດໂຄວິດ-19ຂອງງານກິລາໂອລິມປິກລະດູໜາວແລະງານກິລາໂອລິມປິກລະດູໜາວຄົນພິການປັກກິ່ງ 2022.

ໃນກອງປະຊຸມໄດ້ມີຄວາມເຫັນເປັນເອກະສັນວ່າ: ທັງສອງງານກິລາໂອລິມປິກທີ່ຈະຈັດຂື້ນຢູ່ປັກກິ່ງໃນປີ2022 ຕ້ອງປະຕິບັດຕາມມາດຕະການສັກວັກຊີນຢ່າງເຂັ້ມງວດ,ໃນນັ້ນ, ນັກກິລາທີ່ເຂົ້າຮ່ວມງານຕ້ອງສຳເລັດການສັກຢາວັກຊິນ. ສວ່ນບຸກຄົນອື່ນໃຫ້ເລືອກໃຊ້ມາດຕະການ “ 1 ໃນ 2” ຄື: ຜູ້ທີ່ສຳເລັດການສັກວັກຊີນກ່ອນເດີນທາງ ໄປຈີນ 14 ວັນ, ເຂົ້າຈີນແລ້ວໄປສູ່ການຄຸ້ມຄອງທີ່ບໍ່ພົວພັນກັບພາຍນອກ;​ ຜູ້ທີ່ບໍ່ໄດ້ສັກວັກຊີນ ຫຼືຜູ້ບໍ່ທັນສຳເລັດການສັກວັກຊີນນັ້ນ, ເມື່ອເຂົ້າຈີນແລ້ວໃຫ້ກັກບໍລິເວນຕິດຕາມອາການ 21 ວັນ.

ໃນກອງປະຊຸມຍັງລະບຸຕື່ມວ່າ: ເລີ່ມແຕ່ວັນທີ23ມັງກອນ2022ຮອດມື້ປິດງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ, ແມ່ນໃຫ້ປະຕິບັດຕາມມາດຕະການທີ່ຄຸ້ມຄອງແບບບໍ່ພົວພັນກັບພາຍນອກ, ເພື່ອຮັບປະກັນຄວາມປອດໄພຂອງງານກິລາ. ການຄຸ້ມຄອງແບບບໍ່ພົວພັນກັບພາຍນອກລວມທັງທຸກຂັ້ນຕອນແລະທຸກສະຖານທີ່ທັງໝົດທີ່ພົວພັນກັບງານເຊັ່ນ: ການເຂົ້າ-ອອກເມືອງ, ການຄົມມະນາຄົມ, ການພັກເຊົາ, ການກິນດື່ມ, ການແຂ່ງຂັນ ແລະພິທີເປີດແລະປິດເປັນຕົ້ນ. ນອກນັ້ນ,ຜູ້ເຂົ້າຮ່ວມງານແລະພະນັກງານຮັບໃຊ້ງານທັງພາຍໃນແລະຕ່າງປະເທດທັງໝົດທີ່ເຂົ້າສູ່ການຄຸ້ມຄອງແບບບໍ່ພົວພັນກັບພາຍນອກນັ້ນ, ລ້ວນແຕ່ຈະຖືກກວດເຊື້ອແຕ່ລະມື້ຕື່ມອີກຢ່າງເຂັ້ມງວດ.

ເນື່ອງຈາກວ່າ ປັດຈຸບັນ ສະພາບການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19ຢູ່ທົ່ວໂລກຍັງພົບບັນຫາຫຍຸ້ງຍາກສັບສົນຢູ່, ເພາະສະນັ້ນ, ເພື່ອປ້ອງກັນການແຜ່ລະບາດຂອງພະຍາດທີ່ອາດຈະເກີດຂຶ້ນ, ແລະຮັບປະກັນຄວາມປອດໄພຂອງຜູ້ທີ່ເຂົ້າຮ່ວມງານ, ຄະນະກຳມະການງານກິລາໂອລິມປິກລະດູໜາວປັກກິ່ງ2022ຈິ່ງຕົກລົງຈະບໍ່ຈຳໜ່າຍປີ້ໃຫ້ຜູ້ຊົມທີ່ຢູ່ຕ່າງປະເທດ, ພຽງແຕ່ຈະຈຳໜ່າຍປີ້ໃຫ້ແກ່ຜູ້ຊົມພາຍໃນປະເທດຈີນທີ່ຖືກກັບມາດຕະການປ້ອງກັນໂຄວິດທີ່ກ່ຽວຂ້ອງ.

    ນອກນີ້, ຄະນະຈັດງານກິລາໂອລິມປິກລະດູໜາວປັກກິ່ງຍັງຈະອຳນວຍຄວາມສະດວກໃຫ້ແກ່ຝ່າຍທີ່ກ່ຽວຂ້ອງກັບງານກິລາໂອລິມປິກທີ່ບໍ່ສາມາດຈອງປີ້ຍົນກ່ອນງານແລະໃນເວລາແຂ່ງຂັນ, ເຊິ່ງມາດຕະການທີ່ກ່ຽວຂ້ອງຕ່າງໆໄດ້ລະບຸລາຍລະອຽດຢູ່ໃນປື້ມ “ຄູ່ມືປ້ອງກັນພະຍາດ”ຢ່າງຈະແຈ້ງ.

ຄຳ​ເຫັນ

0