ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຕາມຂ່າວCRI:ວັນທີ 2 ຕຸລານີ້ຕາມເວລາທ້ອງຖິ່ນ,ສື່ມວນຊົນອິນເດຍໄດ້ລາຍງານວ່າ, ເຈົ້າໜ້າທີ່ກະຊວງການທ່ອງທ່ຽວອິນເດຍໄດ້ແຈ້ງໃຫ້ສື່ມວນຊົນຮູ້ວ່າ, ຄຽງຄູ່ກັບກໍລະນີຕິດເຊື້ອພະຍາດໂຄວິດ-19 ຂອງອິນເດຍໄດ້ຫຼຸດໜ້ອຍລົງຢ່າງຕໍ່ເນື່ອງ, ອິນເດຍຈະເລີ່ມຊຸກຍູ້ການຟື້ນຟູການທ່ອງທ່ຽວພາຍໃນປະເທດແລະສາກົນ. ລັດຖະບານຈະປະກາດຂໍ້ຕົກລົງດັ່ງກ່າວໂດຍໄວ, ນັກທ່ອງທ່ຽວສາກົນອາດຈະເຂົ້າເມືອງໄດ້ນັບແຕ່ວັນທີ 15 ຕຸລານີ້ເປັນຕົ້ນໄປ.
ປັດຈຸບັນນີ້, ຖ້ຽວບິນສາກົນຂອງອິນເດຍຍັງບໍ່ທັນຟື້ນຟູການບໍລິການໃຫ້ເປັນປົກກະຕິເທື່ອ, ນັກທ່ອງທ່ຽວສາກົນທີ່ຈະເຂົ້າເມືອງໃນວັນທີ 15 ຕຸລານີ້ອາດຈະເຂົ້າເມືອງດ້ວຍວິທີການເໝົາຍົນ.
ຄຳເຫັນ
0