ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ໃນໄລຍະຈັດງານວາງສະແດງການບິນ ແລະການບິນອະວະກາດສາກົນຈີນຄັ້ງທີ 13 ທີ່ຈັດຂຶ້ນໃນຫວ່າງມໍ່ໆນີ້, ລົດສາກແບເຕີຣີເຄື່ອນທີ່ທີ່ບັນຈຸພະລັງງານໄຟຟ້າສູງ ໂດຍນຳໃຊ້ພະລັງງານກັງຫັນແກັສທີ່ດັດແປງຈາກເຄື່ອງຂັບເຄື່ອນຂອງເຮືອບິນນັ້ນ ໄດ້ເປີດໂຕເປັນຄັ້ງທຳອິດ.
ທ່ານຫຼູມິງຢີ້, ຜູ້ອຳນວຍການໃຫຍ່ບໍລິສັດກັງຫັນແກັສຈົ່ງກ້ວນເນີງຈຳກັດຂອງຈີນໄດ້ແນະນຳໃຫ້ຮູ້ວ່າ: ລົດສາກແບເຕີຣີເຄື່ອນທີ່ທີ່ບັນຈຸພະລັງງານໄຟຟ້າສູງຄັນນີ້, ມີພະລັງງານຜະລິດໄຟຟ້າ 11 ເມກາວັດ, ປະສິດທິພາບຜະລິດໄຟຟ້າມີເຖິງ 32%, ສາມາດດຳເນີນງານ 8000 ຊົ່ວໂມງຢ່າງຕໍ່ເນື່ອງ, ເປັນລົດສາກແບເຕີຣີເຄື່ອນທີ່ທີ່ບັນຈຸພະລັງງານໄຟຟ້າສູງສຸດຢູ່ຈີນໃນປັດຈຸບັນ. ກ່ອນໜ້ານີ້, ເຄື່ອງສາກແບບເຕີຣີເຄື່ອນທີ່ຢູ່ຈີນສ່ວນຫຼາຍມີພະລັງໄຟຟ້າຕ່ຳກວ່າ 5 ເມກາວັດ.
ຄຳເຫັນ
0