蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຍອ​ດ​ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ດ້ານການ​ບໍ​ລິ​ການ​ຂອງ​ຈີນ​ໃນ 8 ເດືອ​ນທຳ​ອິດ​ປີ​ນີ້​ໄດ້​ເພີ່ມ​ຂຶ້ນ 9,4% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ

2021-10-04 14:39:50 CRI

ນັບ​ແຕ່​ເດືອນ​​ມັງ​ກອນ​ຫາ​ເດືອນ​ສິງ​ຫາ​ປີ​ນີ້, ການ​ຄ້າ​ການ​ບໍ​ລິ​ການ​ຂອງ​ຈີນ​ໄດ້​ຮັກ​ສາ​ທ່ວງ​ທ່າ​ການ​ເຕີບ​ໂຕ​ເປັນ​ຢ່າງ​ດີ, ຍອ​ດ​ມູນ​ຄ່າການ​ຄ້າຂາ​ເຂົ້າ​ຂາ​ອອກ​ດ້ານການ​ບໍ​ລິ​ການ​ໄດ້​ບັນ​ລຸ 3271,66 ຕື້ຢວນ, ເພີ່ມ​ຂຶ້ນ 9,4% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມານີ້; ໃນ​ນັ້ນ, ການ​ຄ້າຂາ​ອອກ​ດ້ານການ​ບໍ​ລິ​ການໄດ້​ບັນ​ລຸ 1549,99 ​ຕື້ຢວນ, ເພີ່ມ​ຂຶ້ນ 25,3%; ການ​ຄ້າ​ຂາ​ເຂົ້າ​ດ້ານການ​ບໍ​ລິ​ການ​ໄດ້​ບັນ​ລຸ 1721,66 ຕື້ຢວນ, ຫຼຸດ​ລົງ 1,8%. ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2019 ແລ້ວ, ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ດ້ານການ​ບໍ​ລິ​ການ​ໄດ້ຫຼຸດ​ລົງ 8,4%, ສະ​ເລ່​ຍ​ແລ້ວ, ​ໃນ​ໄລ​ຍະສອງ​ປີ​ດັ່ງ​ກ່າວ​ໄດ້ຫຼຸດ​ລົງ 4,3%, ໃນ​ນັ້ນ, ການ​ສົ່ງ​ອອກ​ໄດ້​ເພີ່ມ​ຂຶ້ນ 22,6%, ສະ​ເລ່ຍ​ແລ້ວ ​ໄດ້​ເພີ່ມ​ຂຶ້ນ 10,7%; ການນຳ​ເຂົ້າ​ໄດ້ຫຼຸດ​ລົງ 25,4%, ສະ​ເລ່ຍ​ແລ້ວ ​ໄດ້ຫຼຸດ​ລົງ 13,6%.

ການ​ຄ້າ​ການ​ບໍ​ລິ​ການ​ມີ​ຈຸດ​ພິ​ເສດ​ຕົ້ນ​ຕໍ​ດັ່ງ​ຕໍ່​ໄປ​ນີ້: ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ດ້ານການ​ບໍ​ລິ​ການ​ສຳ​ລັບ​ເດືອນ​ສິງ​ຫາ​ໄດ້​ຮັກ​ສາ​ທ່ວງ​ທ່າ​ທີ່ເພີ່ມ​ຂຶ້ນ​ເປັນ​ຢ່າງ​ດີ. ​ອັດ​ຕາ​ການ​ຄ້າ​ການ​ບໍ​ລິ​ການ​ເຕັກ​ນິກ​ສຸມ​ໄດ້​ເພີ່ມ​ຂຶ້ນ, ການ​ຄ້າ​​ຂາ​ເຂົ້າ​ຂາ​ອອກ​ດ້ານການ​ບໍ​ລິ​ການ​ທ່ອງ​ທ່ຽວ​ໄດ້ສືບ​ຕໍ່ຫຼຸດ​ລົງ.

ຄຳ​ເຫັນ

0