黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮົງກົງຟື້ນຟູຄວາມໝັ້ນຄົງຕາມສະພາວະປົກກະຕິຢ່າງຮອບດ້ານ

2021-10-04 15:39:31 CRI

ທ່ານຫຼີເຈ່ຍຊ່າວ ຫົວໜ້າຄະນະບໍລິຫານ ອຳນາດການປົກຄອງເຂດບໍລິຫານພິເສດຮົງກົງຈີນ ກ່າວໃນວັນທີ 3 ຕຸລານີ້ວ່າ: ຮົງກົງໄດ້ຟື້ນຟູຄວາມໝັ້ນຄົງຕາມສະພາວະປົກກະຕິຢ່າງຮອບດ້ານແລ້ວ.

ໃນວັນດັ່ງກ່າວ, ທ່ານຫຼີເຈ່ຍຊ່າວ ໄດ້ຂຽນບັນທຶກໃນບຼອກຂອງຕົນວ່າ: ໃນໄລຍະພັກວັນຊາດຈີນ, ທົ່ວຮົງກົງໄດ້ແຂວນທຸງຊາດ ແລະ ທຸງເຂດພິເສດຮົງກົງຢູ່ແຫ່ງຕ່າງໆ, ໄດ້ຈັດກິດຈະກຳຕ່າງໆ ເພື່ອສະເຫຼີມສະຫຼອງວັນຊາດ ໂດຍມີຊາວເມືອງຮົງກົງເຂົ້າຮ່ວມຢ່າງມ່ວນຊື່ນແລະຟົດຟື້ນ ເຊິ່ງມີຄວາມແຕກຕ່າງຢ່າງຫຼວງຫຼາຍເມື່ອທຽບກັບປີ 2019 ທີ່ເກີດຄວາມປັ່ນປ່ວນວຸ້ນວາຍຍ້ອນອິດທິກຳລັງພາຍນອກເຂົ້າມາແຊກແຊງແລະທຳລາຍຄວາມສະຫງົບ.

ທ່ານຫຼີເຈ່ຍຊ່າວ ຍັງກ່າວຕື່ມວ່າ: ການອອກກົດໝາຍວ່າດ້ວຍການຮົກສາຄວາມໝັ້ນຄົງແຫ່ງຊາດຢູ່ຮົງກົງ ໄດ້ມີປະສິດທິຜົນທັນທີ, ອິດທິກຳລັງປະຕິການແລະກໍ່ວິນາດສະກຳໄດ້ຖົດຖອຍໄປຢ່າງຮອບດ້ານ, ອິດທິກຳລັງພາຍນອກບໍ່ກ້າສອດມືເຂົ້າມາທຳລາຍຮົງກົງຢ່າງເປີດແປນອີກ. ຮົງກົງໄດ້ຟື້ນຟູຄວາມໝັ້ນຄົງຄືນໃໝ່ຕາມສະພາວະປົກກະຕິຢ່າງຮອບດ້ານ, ເຊິ່ງເປັນການປັບປຸງພື້ນຖານຂອງການພັດທະນາແລະຄວາມຈະເລີນຮຸ່ງເຮືອງຂອງຮົງກົງ, ບວກກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14, ການສ້າງສາເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາກາວ, ແຜນການລົງເລິກການປະຕິຮູບແລະເປີດປະຕູສູ່ພາຍນອກສຳລັບເຂດການຮ່ວມມືດ້ານຂະແໜງການບໍລິການທັນສະໄໝເຊີ່ນເຈີ້ນ-ຮົງກົງ ແລະອື່ນໆທີ່ໄດ້ສະໜອງໂອກາດຕ່າງໆ, ເຮັດໃຫ້ຕົນມີຄວາມໝັ້ນໃຈຢ່າງເຕັມປ່ຽມທີ່ວ່າ ໂດຍຄວາມພະຍາຍາມຮ່ວມຈາກອຳນາດການປົກຄອງເຂດພິເສດຮົງກົງ, ຊາວເມືອງຮົງກົງອັນໄພສານ ພ້ອມດ້ວຍວົງການຕ່າງໆ ຮົງກົງຈະມີອະນາຄົດອັນສົດໃສແລະກວ້າງຂວາງຢ່າງແນ່ນອນ.

ຄຳ​ເຫັນ

0