尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະລິມານການຂົນສົ່ງໂດຍລວມແລະຜູ້ໂດຍສານຜ່ານທາງການບິນພົນລະເຮືອນຂອງຈີນລ້ວນແຕ່ຢູ່ອັນດັບສອງຂອງໂລກ

2021-10-04 19:36:14 cri

      ໃນຊຸມປີຜ່ານມາ, ເຄືອຂ່າຍການຂົນສົ່ງທາງອາກາດຂອງຈີນໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງວ່ອງໄວ,ສູນກາງການບິນໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ເຮັດໃຫ້້ຈີນສາມາດກ້າວສູ່ປະເທດທີ່ມີຄວາມເຂັ້ມແຂງດ້ານການຂົນສົ່ງທາງອາກາດຂອງໂລກດ້ວຍບາດກ້າວໃຫຍ່.ນັບມາຮອດທ້າຍປີ2020, ຈີນໄດ້ເຊັນສັນຍາວ່າດ້ວຍການຂົນສົ່ງທາງອາກາດສອງຝ່າຍກັບ 128 ປະເທດແລະເຂດແຄວ້ນ, ໃນນັ້ນມີ 100 ປະເທດຢູ່ຕາມໜຶ່ງແລວໜຶ່ງເສັ້ນທາງ,ໄດ້ຮັກສາການຂົນສົ່ງສິນຄ້າແລະຜູ້ໂດຍສານເປັນປະຈຳກັບບ 64 ປະເທດ, ຕົວເລກດັດຊະນີການເຄື່ອນໄຫວການນບິນນພົນນລະເຮືອນນຂອງຈີນໄດ້້ຢູູ່່ແຖວໜ້າຂອງໂລກ.

      ນັບມາຮອດປີ 2020, ເສັ້ນທາງການບິນຂອງຈີນມີເຖິງ 5.581 ເສັ້ນ, ເພີ່ມຂຶ້ນ 3.124 ເສັ້ນເມື່ອທຽບໃສ່ປີ 2012, ຈັງຫວະການເຕີບໂຕມີເຖິງ 120%. ປັດຈຸບັນ, ປະລິມານການຂົນສົ່ງໂດຍລວມ,ຜູ້ໂດຍສານາແລະສິນຄ້າໄປສະນິຂອງຈີນລ້ວນແຕ່ຢູ່ອັນດັບສອງຂອງໂລກ, ການບໍລິການດ້ານການບິນກວມ 92% ຂອງເຂດບໍລິຫານລະດັບນະຄອນ, 88% ຂອງປະຊາກອນທັງໝົດແລະ 93% ຂອງຍອດປະລິມານເສດຖະກິດ.

ຄຳ​ເຫັນ

0