蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ​ປ​ປ ເກົາຫຼີ​ຕົກ​ລົງ​ເປີດສາຍ​ພົວ​ພັນ​ປະ​ສານ​ງານທັງ​ໝົດລະ​ຫວ່າງ​ ສ​ປ​ປ ເກົາຫຼີ ແລະ ສ.ເກົາຫຼີ ​ຄືນ​ໃໝ່

2021-10-04 14:38:54 CRI

ຂ່າວ​ສານ​ສູນ​ກາງ​ເກົາຫຼີ​ໄດ້​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 4 ຕຸ​ລາ​ນີ້​ວ່າ: ສ​ປ​ປ ເກົາຫຼີ​ຕົກ​ລົງ​ເປີດສາຍ​ພົວ​ພັນ​ປະ​ສານ​ງານ​​ທັງ​ໝົດ​ລະ​ຫວ່າງ​ ສ​ປ​ປ ເກົາຫຼີ ແລະ ສ.ເກົາຫຼີ​ຄືນ​ໃໝ່ ​ນັບ​ແຕ່ 9 ໂມງ​ເຊົ້າ​ຂອງວັນ​ທີ 4 ຕຸ​ລາ​ນີ້​ເປັນ​ຕົ້ນ​ໄປ.

ວັນ​ທີ 29 ກັນ​ຍາ​ຜ່າ​ນ​ມາ​ນີ້, ທ່ານ​ກິມ​ເຈິງ​ອຸນ ຜູ້​ນຳ​ສູງ​ສຸດ ສ​ປ​ປ ເກົາຫຼີ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ 5 ຂອງ​ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ​ສະ​ໄໝ​ທີ 14 ຂອງ ສ​ປ​ປ ເກົາຫຼີ​ວ່າ: ໃນ​ຖາ​ນະ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ຄວາມ​ປາ​ຖະ​ໜາ​ທົ່ວ​ຊົນ​ຊາດ​ທີ່​ຫວັງ​ຢາກ​ຟື້ນ​ຟູ​ການ​ພົວ​ພັນ​ ສ​ປ​ປ​ເກົາຫຼີ ແລະ ສ.ເກົາ​ຫຼີ​ຄືນ​ໃໝ່​ໂດຍ​ໄວ ແລະ​ຟື້ນ​ຟູ​ສັນ​ຕິ​ພາບ​ຖາ​ວອນ​ຢູ່ແຫຼມ​ເກົາຫຼີ, ສ​ປ​ປ ເກົາຫຼີຍິນ​ດີ​ເປີດ​ສາຍ​ພົວ​ພັນ​ປະ​ສານ​ງານລະ​ຫວ່າງ ສ​ປ​ປ ເກົາຫຼີ ແລະ ສ​.ເກົາຫຼີ ທີ່​ຖືກ​ຕັດ​ຂາດ​ໄປ​ນັ້ນ​ຄືນ​ໃໝ່.

ເພື່ອ​ປະ​ທ້ວງ​ແລະ​ຕອບ​ໂຕ້ ສ.ເກົາຫຼີ​ທີ່​ບໍ່​ໄດ້​ແກ້​ໄຂ​ການ​ກະ​ທຳ​ທີ່​ເປັນ​ປໍ​ລະ​ປັກ​ກັບ ສ​ປ​ປ ເກົາຫຼີ​ຂອງ “ຜູ້​ໜີ​ອອກ​ຈາກ​ພາກ​ເໜືອ​”, ວັນ​ທີ 9 ມິ​ຖຸ​ນາ​ປີ 2020 , ສ​ປ​ປ​ເກົາຫຼີ​ປະ​ກາດ​ຕັດ​ສາຍ​​ການ​ສື່​ສານ​ທັງ​ໝົດ​ລະ​ຫວ່າງ​ ສ​ປ​ປ ເກົ​າຫຼີ ແລະ ສ.ເກົາຫຼີ. ວັນ​ທີ 27 ກໍ​ລະ​ກົດ​ປີ​ນີ້, ສອງ​ຝ່າຍ​ໄດ້​ຟື້ນ​ຟູ​ສາຍ​​ສື່​ສານ​ທີ່​ໄດ້​ຂາດ​ສະ​ບັ້ນ​ໄປ​​ແລ້ວເປັນ​ເວ​ລາ 13 ເດືອນ, ແຕ່​ຄຽງ​ຄູ່​ກັບ ສ.ເກົາຫຼີ ແລະ ອາ​ເມ​ຣິ​ກາ​ໄດ້​ຈັດ​ການ​ຊ້ອມ​ຮົບ​ຮ່ວມ​ໃນ​ເດືອນ​ສິງ​ຫາ​ປີ​ນີ້, ການສື່​ສານລະ​ຫວ່າງ​ສອງ​ຝ່າຍ​ໄດ້​ຂາດ​ສະ​ບັ້ນ​ໄປ​ອີກ.

ຄຳ​ເຫັນ

0