蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອີ​ຣານ​ຮຽກ​ຮ້ອງ​ໃຫ້​ອາ​ເມ​ຣິ​ກາ​ຍົກ​​ເລີກ​ການ​ງົດ​​ທຶນ​ອີ​ຣານ​ສ່ວນ​ໜຶ່ງ ເພື່ອ​ສະ​ແດງ​ຄວາມ​ຈິງ​ໃຈ​​ຂອງການ​ເຈ​ລະ​ຈາ

2021-10-04 14:36:52 CRI

ຂ່າວ​ສານ​ຊິນ​ຮ​ວາ​ລາຍ​ງານ​ວ່າ: ຕອນ​ຄ່ຳ​ວັນ​ທີ 2 ຕຸ​ລາ​ນີ້, ທ່ານ​ໂຮ​​ເຊ​ອິນ ອາ​ເມຍ ອັບ​ໂດ​ລາ​ຮຽນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​​ໄດ້ໃຫ້​ສຳ​ພາດ​ຕໍ່​ໂທ​ລະ​ພາບ​ແຫ່ງ​ຊາດ​ອີ​ຣານ​ວ່າ: ອ​າ​ເມ​ຣິ​ກາ​ຕ້ອງ​ການ​ຍົກ​ເລີກ​ການ​ງົດ​ຊັບ​ສິນຢູ່​ຕ່າງ​ປະ​ເທດ​​ຂອງ​ອີ​ຣານ​ຈຳ​ນວນ​ໜຶ່ງ ໂດຍ​ຖືກ​ອາ​ຍັດຍ້ອນ​ການ​ຂວ້ຳ​ບາດ​ຂອງ​ອາ​ເມ​ຣິ​ກາ ເພື່ອ​ສະ​ແດງ “ຄວາມ​ຈິງ​ໃຈ” ​ຂອງ​ລັດ​ຖະ​ບານ​ຊຸດ​ນີ້​ຂອງ​ອາ​ເມ​ຣິ​ກາ ທີ່​ຕ່າງ​ກັນ​ກັບ​ລັດ​ຖະ​ບານ​ຊຸດ​ກ່ອນ ແລະ ກັບ​ຄືນ​ສູ່​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ.

ທ່ານ​ໂຮ​​ເຊ​ອິນ ອາ​ເມຍ ອັບ​ໂດ​ລາ​ຮຽນກ່າວ​ວ່າ: ອີ​ຣານ​ຈະ​ຟື້ນ​ຟູ​ການ​ເຈ​ລະ​ຈາ​ກັບ​ຝ່າຍ​ອື່ນໆ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ “ໃນ​ໄວໆ​ນີ້”, ແຕ່​ອາ​ເມ​ຣິ​ກາ “ຕ້ອງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຈຸດ​ປ​ະ​ສົງ ແລະ ຄວາມ​ປາ​ຖະ​ໜາ​ທີ່​ແທ້​ຈິງ​ຂອງ​​ຕົນ”.

ທ່ານ​ກ່າວ​ຕື່ມ​ວ່າ: ​ອີ​ຣານ​ພວມ​ກຳ​ນົດ​ລາຍ​ຊື່ສະ​ມາ​ຊິກ​ຂອງ​ໜ່ວຍ​ເຈ​ລະ​ຈາ​ໃນ​ຂັ້ນ​ສຸດ​ທ້າຍ, ແນວ​ທາງ​ລວມ​ຂອງ​ລັດ​ຖະ​ບານ​ອີ​ຣານ​ທີ່​ມີ​ຕໍ່​ການ​ເຈ​ລະ​ຈາ​ນິວ​ເຄຼຍ​ອີ​ຣານ​ກໍ​ໃກ້​ຈະ​​ເຮັດ​ຂຶ້ນ​ຢ່າງ​ສຳ​ເລັດ​ແລ້ວ. ຖ້າ​ອາ​ເມ​ຣິ​ກາ​ແລະ​ຝ່າຍຕາ​ເວັນ​ຕົກ​ອື່ນໆ​ທີ່​ມີ​ສ່ວນກ່ຽວ​ຂ້ອງ​ກັບ​ສັນ​ຍາ​ຮອບ​ດ້ານ​ກ່​ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​​ບໍ່ “ສະ​ແດງ​​ໃຫ້​ເຫັນ​ເຖິງຄວາມ​ຈິງ​ໃຈ ແລະ ຄວາມ​ປາ​ຖະ​ໜາ​ທີ່​ແທ້​ຈິງຂອງ​ເຂົາ​ເຈົ້າ”, ລັດ​ຖະ​ບານ​ຊຸ​ດໃໝ່​ຂອງ​ອີ​ຣານ​​ກໍຈະ​ບໍ່ “ເສຍ​ເວ​ລາ​ໄປ​ລ້າໆ​ຢູ່​ຂ້າງໂຕະ​ການ​ເຈ​ລະ​ຈາ”.

ຄຳ​ເຫັນ

0