尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລາວເພີ່ມທະວີມາດຕະການປ້ອງກັນແລະຄວບຄຸມພະຍາດໂຄວິດ-19 ບາງຂໍ້

2021-10-04 19:39:01 cri

ຍ້ອນວ່າຈຳນວນນ ຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຢູ່ລາວເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 30 ກັນຍາຜ່ານມາ, ຄະນະສະເພາະກິດເພື່ອ ປ້ອງກັນ,ຄວບຄຸມແລະແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຂອງລາວໄດ້ຕົກລົງຈະແກ່ຍາວໄລຍະເວລາການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຂອງປະເທດຕົນອອກໄປອີກ 15 ມື້ໃຫ້ເຖິງວັນທີ 15 ຕຸລານີ້, ພ້ອມທັງເພີ່ມທະວີມາດຕະການປ້ອງກັນແລະຄວບຄຸມ 14 ຂໍ້.

ຂະນະດຽວກັນ, ລັດຖະບານລາວຍັງໄດ້ປັບປຸງມາດຕະການປ້ອງກັນແລະຄວບຄຸມຈຳານວນນໜຶ່ງງ, ໂດຍອະນຸຍາດໃຫ້ຕະຫຼາດແລະຮ້ານຂາຍອາຫານສົດທີ່ໄດ້ຈັດຕັ້ງປະຕິບັດມາດຕະການປ້ອງກັນແລະຄວບຄຸມຢ່າງເຄັ່ງຄັດສາມາດເປີດບໍລິການຮອດ 20 ໂມງ, ອະນຸຍາດໃຫ້ໂຮງງານແລະວິສາຫະກິດ, ຮ້ານເສີມສວຍ, ຮ້ານຕັດຜົມແລະຮ້ານກິນດື່ມຢູ່ນອກເຂດທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ໄດ້ສັກວັກຊີນໂຄວິດ-19 ໃຫ້ພະນັກງານແລ້ວນັ້ນຟື້ນຟູການເຮັດວຽກແລະການດຳາເນີນງານນ,ແລະອະນຸຍາດໃຫ້ໂຮງຮຽນຢູ່ເຂດທີ່ບໍ່ໄດ້ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ຊຸມຊົນດຳເນີນນການຮຽນກການນສອນນ ທາງອັອຟລາຍ.

      ວັນທີ 1ຕຸລານີ້,ຄະນະສະເພາະກິດເພື່ອປ້ອງກັນ,ຄວບຄຸມແລະແກ້ໄຂການແຜ່ລະບາດຂອງພພະຍາດໂຄວິດ-19 ແຫ່ງຊາດລາວໄດ້ແຈ້ງວ່າ: ຈຳນ ນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19ຈາກຕ່າງປະເທດມີ 27 ກໍລະນີ ແລະຈຳນວນນຜູ້ເປັນພະຍາດດ ຢູ່ທ້ອງຖິ່ນມີ 437 ກໍລະນີ. ມາຮອດວັນທີ 1 ຕຸລານີ້, ຈຳາ ນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຢູ່ລາວມີທັງໝົດເຖິງ 24.310 ກໍລະນີ, ຈຳນວນນຜູ້ເສຍຍ ຊີວິດຍ້ອນເປັນພະຍາດໂຄວິດ-19 ມີ 19 ກໍລະນີ.

ຄຳ​ເຫັນ

0