尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປີ 2020 ຈີນໄດ້ໃຊ້ງົບປະມານເຂົ້າໃນການຄົ້ນຄວ້າແລະທົດລອງຫຼາຍກວ່າ 2.400 ຕື້ຢວນ

2021-10-05 18:03:49 cri

      ຫວ່າງກ່ອນນີ້ບໍ່ດົນ,ອົງການສະຖິຕິແຫ່ງຊາດຈີນ, ກະຊວງວິທະຍາສາດເຕັກໂນໂລຊີຈີນ ແລະກະຊວງການເງິນຈີນໄດ້ຮ່ວມກັນເປີດເຜີຍ “ແຈ້ງການສະຖິຕິກ່ຽວກັບງົບປະມານດ້ານວິທະຍາສາດເຕັກນິກທົ່ວປະເທດປີ 2020” ໂດຍສະແດງໃຫ້ເຫັນວ່າ: ປີ 2020, ງົບປະມານທີ່ໃຊ້ເຂົ້າໃນການຄົ້ນຄວ້າແລະທົດລອງການພັດທະນາຂອງຈີນມີທັງໝົດຫຼາຍກວ່າ 2.400 ຕື້ຢວນ, ເພີ່ມຂຶ້ນ 10,2% ເມື່ອທຽບໃສ່ປີ 2019.

      ແຈ້ງການສະແດງໃຫ້ເຫັນວ່າ: ປີ 2020, ງົບປະມານທີ່ໃຊ້ເຂົ້າໃນການຄົ້ນຄວ້າແລະການທົດລອງຂອງຈີນໄດ້ບັນລຸເຖິງ 2439,31 ຕື້ຢວນ, ເພີ່ມຂຶ້ນ 224,95 ຕື້ຢວນເມື່ອທຽບໃສ່ປີ 2019, ຄ່າໃຊ້ຈ່າຍດ້ານການຄົ້ນຄວ້າທັງໝົດຢູ່ອັນດັບສອງຂອງໂລກ.ຍອດປະງົບປະມານດັ່ງກ່າວເປັນອັນດັບສອງຂອງໂລກ. ປີ 2020, ທຶນທີ່ໃຊ້ເຂົ້າໃນການຄົ້ນຄວ້າແລະທົດລອງຂອງວິສາຫະກິດຈີນມີເຖິງ 1867,38 ຕື້ຢວນ, ເພີ່ມຂຶ້ນ 10,4% ເມື່ອທຽບໃສ່ປີ 2019;ກວມ76,6% ຂອງຄ່າໃຊ້ຈ່າຍດ້ານການຄົ້ນຄວ້າແລະທົດລອງຂອງທົ່ວປະເທດ.

ຄຳ​ເຫັນ

0