蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ວາງ​ສະ​ແດງ​ການ​ບິນ​ແລະ​ການ​ບິນ​ອະ​ວະ​ກາດ​ສາ​ກົນ​ຈີ​ນ​ຄັ້ງ​ທີ 13 ໄດ້​ສິ້ນ​ສຸດ​ລົງ

2021-10-05 15:46:13 CRI

ວັນ​ທີ 3 ຕຸ​ລາ​ນີ້, ງານ​ວາງ​ສະ​ແດງ​ການ​ບິນ​ແລະ​ການ​ບິນ​ອະ​ວະ​ກາດ​ສາ​ກົນ​ຈີ​ນ​ຄັ້ງ​ທີ 13 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຈູ່​ໄຫ​ແຂວງກວ້າງ​ຕຸ້ງ​ຈີນໄດ້​ສິ້ນ​ສຸດ​ລົງ ໂດຍ​ມີ​ຜະ​ລິດ​ຕະ​ພັນຫຼາຍ​ພັນ​ເຄື່ອງ​ຂອງວິ​ສາ​ຫະ​ກິດ 700 ແຫ່ງຈາກ 40 ປະ​ເທດ​ແລະ​ເຂດ​ແຄວ້ນ​ໄດ້​ເຂົ້າ​ຮ່ວມ​​ຜ່ານ​ທາງ​ອອນ​ລາຍ​ແລະ​ອັອ​ຟ​ລາຍ. ຜະ​ລິດ​ຕະ​ພັນ​ທີ່​​ນຳ​ມາວາງ​ສະ​ແດງ​ເປັນ​ຄັ້ງ​ທຳ​ອິດ​ໄດ້​ກວມຫຼາຍກວ່າ 25%.

ງານ​ວາ​າ​ສະ​ແດງ​ຄັ້ງ​ນີ້​ໄດ້​​ດຳ​ເນີນເປັນ​ເວ​ລາ 6 ວັນ ໂດຍ​ແບ່ງ​ເປັນ​ວັນ​ຕ້ອນ​ຮັບ​ວິ​ຊາ​ການ​ເຂົ້າ​ຊົມ 3 ວັນ ແລະ ວັນ​ຕ້ອນ​ຮັບ​ປະ​ຊາ​ຊົນ​ເຂົ້າ​ຊົມ 3 ວັນ. ລວມ​ມີ​ຜູ້​ເຂົ້າ​ຊົມ​ທັງ​ໝົດ​ປະ​ມານ 1,2 ແສນ​ເທື່ອ​ຄົນ. ວັນ​ຕ້ອນ​ຮັບ​ປະ​ຊາ​ຊົນ​ເຂົ້າ​ຊົມ​​ລ້ວນ​ແຕ່​ໄດ້​ຂາຍ​ປີ້​ເຂົ້າ​ຊົມ​ທາງ​ອິນ​ເຕີ​ເນັດ ເພື່ອ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ແຕ່​ລະ​ມື້​ຂາຍ​ແຕ່ 4 ໝື່ນ​ປີ້, ມີ​ຜູ້​ຊົມຫຼາຍ​ຄົນ​ເລີ່ມ​ຍາດ​ຊື້​ປີ້​ແຕ່​ເດືອນ​ສິງ​ຫາ​ປີ​ນີ້, ເພາະ​ວ່າ​​ປີ້​ເຂົ້າ​ຊົມ​ມີ​ຈຳ​ກັດ.

ຕາມ​ຂ່າວ​ແຈ້ງວ່າ: ງານ​ວາງ​ສະ​ແດງ​ການ​ບິນ​ແລະ​ການ​ບິນ​ອະ​ວະ​ກາດ​​ສາ​ກົນຈີນ​ຄັ້ງ​ທີ 14 ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຈູ່​ໄຫ​ແຕ່​ວັນ​ທີ 8 ຫາ 13 ພະ​ຈິກ​ປີ 2022.

ຄຳ​ເຫັນ

0