黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານກີຊີດະ ຟູມີໂອະ ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີຍີ່ປຸ່ນ

2021-10-05 15:47:36 CRI

ໃນການເລືອກຕັ້ງນາຍົກລັດຖະມົນຕີແບບບົ່ງຊື່ ທີ່ຈັດຂຶ້ນໃນກອງປະຊຸມຄົບຄະນະສະພາສູງຂອງລັດຖະສະພາຊົ່ວຄາວຂອງຍີ່ປຸ່ນໃນວັນທີ 4 ຕຸລານີ້, ສະມາຊິກສະພາສູງໄດ້ປ່ອນບັດ 241 ບັດ, ໃນນີ້ທ່ານກີຊີດະ ຟູມີໂອະ ຫົວໜ້າພັກເສລີປະຊາທິປະໄຕຄົນໃໝ່ ໄດ້ 141 ບັດ, ກາຍເຄິ່ງໜຶ່ງຂອງບັດທັງໝົດ ແລະໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີຍີ່ປຸ່ນຄົນໃໝ່.

ລັດຖະສະພາຊົ່ວຄາວຊຸດນີ້ຈະປະຕິບັດໜ້າທີ່ເປັນເວລາ 11 ມື້ ຄືນັບແຕ່ວັນທີ 4-14 ຕຸລາ, ພັກກຳອຳນາດຂອງຍີ່ປຸ່ນຈະສົນທະນາ ແລະ ປຶກສາຫາລືກັບພັກຝ່າຍຄ້ານກ່ຽວກັບນາຍົກລັດຖະມົນຕີຄົນໃໝ່ ແລະກິດຈະການອື່ນໆ.

ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນຕອນຄ່ຳວັນທີ 4 ຕຸລານີ້, ທ່ານກີຊີດະ ຟູມີໂອະ ທີ່ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ປະກາດວ່າ ຈະຍຸບສະພາຕ່ຳໃນວັນທີ 14 ຕຸລານີ້ ແລະ ຈະຈັດການປ່ອນບັດເລືອກຕັ້ງສະພາຕ່ຳສະໄໝໃໝ່ໃນວັນທີ 31 ເດືອນດຽວກັນ.

ຄຳ​ເຫັນ

0