蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຕາງ​ໜ້າ​ປະ​ເທດ​ທີ່​ມີ​ຈຸດ​ຢືນ​ຄ້າຍ​ຄື​ກັນ​ຮຽກ​ຮ້ອງ​ໃຫ້​ບັນ​ລຸ​ຄວາມ​ເປັນ​ທຳ​ແລະ​ຄວາມ​​ສະ​ເໝີ​ພາບ​ລະ​ຫວ່າງຊົນ​ຊາດ​ຢູ່​ສະ​ພາ​ສິດ​ທິ​ມະ​ນຸດ​ ສ​ປ​ຊ

2021-10-05 15:44:45 CRI

ວັນ​ທີ 4 ຕຸ​ລາ​ນີ້, ທ່ານ​ເສິນ​ຊູ້ ຜູ້​ຕາງ​ໜ້າ​ຈີນ​ປະ​ຈຳ​ສຳ​ນັກ​ງານ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ເຊີ​ແນວ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ອື່ນໆ​ທີ່​ສວິ​ສ ໄດ້​ຕາງ​ໜ້າ​ຣັດ​ເຊຍ, ກູ​ບາ, ອິນ​ເດຍ, ບ​ຣາ​ຊິນ, ອາ​ຣັບ​ບີ​ຊາ​ອູ​ດິດ, ອີ​ຣານ ແລະ ບາ​​ເຣນ ທີ່​ເປັນ​ປະ​ເທດ​ທີ່​ມີ​ຈຸດ​ຢືນ​ຄ້າຍ​ຄື​ກັນ ປະ​ກອບ​ຄຳ​ເຫັນ​ຮ່ວມ​ໃນ​ກອງ​ປະ​ຊຸມ​ສະ​ໄໝ​ທີ 48 ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໂດຍ​ຮຽກ​ຮ້ອງ​ໃຫ້​ກຳ​ຈັດ​ພິດ​ຮ້າຍ​​ທີ່​ຕົກ​ທອດ​ມາ​ຈາກລະ​ບອບ​ຂ້າ​ທາດ, ການ​ຄ້າ​ຂ້າ​ທາດ​ຂ້າມ​ມະ​ຫາ​ສະ​ໝຸດ​ອັດ​ລັງ​ຕິກ ແລະ ລັດ​ທິ​ລ່າ​ເມືອງ​ຂຶ້ນ ເພື່​ອ​ບັນ​ລຸ​ຄວາມເປັນ​ທຳ ແລະ ຄວາມ​​ສະ​ເໝີ​ພາບ​​ລະ​ຫວ່າງ​ຊົນ​ຊາດ.

ທ່ານ​ເສິນ​ຊູ້​ກ່າວ​ວ່າ: ປີ​ນີ້​ແມ່ນ​ປີ​ລະ​ນຶກ “ຖະ​ແຫຼງ​ການ​ ແລະ ແຜນ​ປະ​ຕິ​ບັດງານ​ເດີ​ບັນ” ໄດ້​ຜ່ານ​ການ​ຮັບ​ຮອງ​ຄົບ​ຮ​ອບ 20 ປີ, ເຖິງວ່າ​ປະ​ຊາ​ຄົມ​ໂລກ​ໄດ້​​ພະ​ຍາ​ຍາມ​ຢ່າງຫຼວງຫຼາຍ ເພື່ອຕໍ່​ຕ້ານ​ລັດ​ທິ​ຊາດ​ນິ​ຍົມ, ແຕ່​ການ​ກຳ​ຈັດ​ລັດ​ທິ​​ຊາດ​ນິ​ຍົມ, ການ​​ຈຳ​ແນກ​ເຊື້ອ​ຊາດ, ຈິດ​ໃຈ​ຄຽດ​ແຄ້ນ​ຄົນ​​ຕ່າງ​ຊາດ ແລະ ການ​ກະ​ທຳ​​ທີ່​ຮຸນ​ແຮງ ຍັງ​ມີ​ໜ້າ​ທີ່​ອັນ​ໜັກ​ໜາ. ປ​ະ​ເທດ​ທີ່​ກ່ຽວ​ຂ້ອງ​ຄວນ​ປະ​ເຊີນ​ໜ້າ​ກັບ​ປະ​ຫວັດ​ສາດ​ຢ່າງ​ຖືກ​ຕ້ອງ, ປະ​ເຊີນ​ໜ້າ​ກັບ​ລັດ​ທິ​ຊາດ​ນິ​ຍົມ ແລະ ​ການ​ຈຳ​ແນກເຊື້ອ​ຊາດ​​ທີ່​ເປັນ​ລະ​ບົບຂອງ​ຕົນ​ຢ່າງ​ຖືກ​ຕ້ອງ, ໃຊ້​ການ​ກະ​ທຳ​ຕົວ​ຈິງ ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ “ຖະ​ແຫຼງ​ການ ແລະ ແຜນ​ປະ​ຕິ​ບັດ​ງານ​ເດີ​ບັນ” ຢ່າງ​ຮອບ​ດ້ານ ແລະ ບັງ​ເກີດ​ຜົນ, ຊຸກ​ຍູ້​ແລະ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ​ຢ່າງ​ແທ້​ຈິງ.

ຄຳ​ເຫັນ

0