ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ສື່ມວນຊົນອາເມຣິກາລາຍງານໃນວັນທີ 4 ຕຸລານີ້ຕາມເວລາທ້ອງຖິ່ນວ່າ: ຕາມຕົວເລກສະຖິຕິຂອງມະຫາວິທະຍາໄລຈອນສ໌ ໂຮບກິນສ໌ແລະກະຊວງສາທາລະນະສຸກແລະການບໍລິການສາທາລະນະອາເມຣິກາສະແດງໃຫ້ເຫັນວ່າ:ໃນອາທິດທີ່ຜ່ານມາ,ຈຳນວນນ ຜູ້້ເສຍຊີວິດຍ້ອນເປັນພະຍາດໂຄວິດ-19 ຢູ່ອາເມຣິກາໄດ້ເພີ່ມຂຶ້ນຫຼາຍກວ່າ 1.800 ກໍລະນີສະເລ່ຍຕໍ່ມື້, ສືບຕໍ່ຮັກສາຕົວເລກເພີ່ມຂຶ້ນຢ່າງສູງ; ຈຳນວນນ ຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ເພີ່ມຂຶ້ນສະເລ່ຍຕໍ່ມື້ມີທັງໝົດເຖິງ 107.312 ກໍລະນີ, ຢູ່ອັນດັບໜຶ່ງຂອງໂລກຄືເກົ່າ, ແຕ່ໄດ້ຫຼຸດລົງເປັນຕົວເລກຕ່ຳສຸດດໃນສອງເດືອນມ ມໍ່ໆມານີ້; ຈຳາ ນວນຜູ້ເປັນພະຍາດໂຄວິດ-19 ທີ່ນອນໂຮງໝໍຮັບການປິ່ນປົວໃນປັດຈຸບັນມີເຖິງ 71.325 ຄົນ, ໄດ້ຫຼຸດລົງ 12,7% ເມື່ອທຽບໃສ່ອາທິດກ່ອນ.
ເຖິງວ່າຈຳນນວນນ ຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ເພີ່ມໃໝ່ແລະຈຳນວນນ ຜູ້ເປັນພະຍາດທີ່ນອນໂຮງໝໍຮັບການປິ່ນປົວເພີ່ມໃໝ່ລ້ວນແຕ່ໄດ້ຫຼຸດລົງກໍຕາມ,ແຕ່ຜູ້ຊ່ຽວຊານອາເມຣິກາຈຳນວນນ ໜຶ່ງກໍກ່າວເຕືອນວ່າ:ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ອາເມຣິກາຮ້າຍແຮງຂຶ້້ນຊ້ຳແລ້ວວ ຊ້ຳອີກກ, ຈະບໍ່ໄດ້ສິ້ນສຸດລົງໃນເວລາອັນໃກ້ນີ້.
ຄຳເຫັນ
0