蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອັດ​ຕາ​ການປະ​ກອບ​ສ່ວນ​ຂອງ​​ຈີນ​ທີ່​ມີ​ຕໍ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກມີ​ເຖິງ 30%

2021-10-06 14:37:01 CRI

ວັນ​ທີ 4 ຕຸ​ລາ​ນີ້, ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 15 ຂອງ​ສະ​ພາ​ການ​ຄ້າ​ແລະ​ການ​ພັດ​ທະ​ນາ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊີ​ແນວ​ປະ​ເທດ​ສະ​ວິ​ສ​ໂດຍ​ຜ່ານ​ທາງວິ​ດີ​ໂອ, ວັນ​ທີ 5 ຕຸ​ລາ​ນີ້, ທ່ານ​ວາງ​ໂຊ້​ເວີນ ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ ທັງ​ເປັນຮອງ​ຜູ້​ຕາງ​ໜ້າ​ການ​ເຈ​ລະ​ຈາ​ການ​ຄ້າ​ສາ​ກົນ​ຈີນ​ໄດ້​ປະ​ກອບ​ຄຳ​ເຫັນຜ່ານ​ທາງວິ​ດີ​ໂອ​ໃນ​ການ​ອະ​ພິ​ປາຍ​ທົ່ວ​ໄປ​ຂອງກອງ​ປະ​ຊຸມ​ຄັ້ງ​ນີ້.

ທ່ານ​ວາງ​ໂຊ້​ເວີນ​ກ່າວ​ວ່າ: ຍອດ​ມູນ​ຄ່າ​ຂາ​ເຂົ້າ​ຂາ​ອອກ​ສິນ​ຄ້າ​ປະ​ເພດ​ຈັບ​ຕ້ອງ​ໄດ້​ໃນ​ໝົດ​ປີ 2020 ຂອງ​ຈີນ​ໄດ້​ບັນ​ລຸຫຼາຍກວ່າ 4.600 ຕື້​ໂດ​ລາ​ສະ​ຫະ​ລັດ, ການ​ລົງ​ທຶນ​ຢູ່​ຕ່າງ​ປະ​ເທດ​ບັນ​ລຸຫຼາຍກວ່າ 130 ຕື້​ໂດ​ລາ​ສະ​ຫະ​ລັດ, ອັດ​ຕາການ​ປະ​ກອບ​ສ່ວນ​ ​ທີ່​ມີ​ຕໍ່​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​​ໂລກມີ​ເຖິງ 30%. ມາ​ຮອດ​ປີ 2020, ຈີນ​ໄດ້​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ກັບ 140 ກວ່າ​ປະ​ເທດ, ໄດ້​ສ້າງ​ຕຳ​ແໜ່ງ​ງານ 1,157 ລ້ານ​ຕຳ​ແໜ່ງ​ໃຫ້​ແກ່​ປະ​ເທດ​ເຫຼົ່າ​ນີ້ ແລະ ເຮັດ​ໃຫ້​ປະ​ເທດ​ເຫຼົ່​າ​ນີ້​ມີ​ພາ​ສີ​ອາ​ກອນ​ເພີ່ມ​ຂຶ້ນ 6,94 ຕື້​ໂດ​ລາ​ສະ​ຫະ​ລັດ.

ຄຳ​ເຫັນ

0