ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 5 ຕຸລານີ້ຕາມເວລາທ້ອງຖິ່ນ: ອົງການອະນາໄມໂລກຫຼືWHO ໄດ້ເປີດເຜີຍບົດລາຍງານລະບາດວິທະຍາຂອງພະຍາດໂຄວິດ-19 ປະຈຳສັບປະດາໂດຍສະແດງໃຫ້ເຫັນວ່າາ: ໃນອາທິດຜ່ານມາ, ຈຳນ
ນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ເພີ່ມໃໝ່ແລະຜູ້ເສຍຊີວິດເພີ່ມໃໝ່ຍ້ອນເປັນພະຍາດດັ່ງກ່າວໃນໂລກ ລ້ວນແຕ່ໄດ້ຫຼຸດລົງຢ່າງຕໍ່ເນື່ອງ.
ໃນອາທິດຜ່ານມາ, ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19ເພີ່ມໃໝ່ມີຫຼາຍກວ່າ 3,1 ລ້ານກໍລະນີ, ນອກຈາກຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ເພີ່ມໃໝ່ຢູ່ພາກພື້ນເອີຣົບໄດ້ເພີ່ມຂຶ້ນແລ້ວ, ຢູ່ພາກພື້ນອື່ນລ້ວນແຕ່ໄດ້ຫຼຸດລົງ. ໃນນີ້ພາກພື້ນອາຟຣິກາຫຼຸດລົງຫຼາຍທີ່ສຸດໂດຍຫຼຸດລົງ 43% ເມື່ອທຽບໃສ່ອາທິດກ່ອນ.
ໃນອາທິດຜ່ານມາ, 5 ປະເທດທີ່ໄດ້ລາຍງານມີຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຫຼາຍທີ່ສຸດແມ່ນອາເມຣິກາ, ອັງກິດ,ຕວກກີ, ຣັດເຊຍແລະອິນເດຍຕາມລຳດັບບ. ປັດຈຸບັນ,ມີ 192 ປະເທດແລະເຂດແຄວ້ນໄດ້ພົບຜູ້ຕິດເຊື້ອພະຍາດກາຍພັນເດວຕາ.
ຄຳເຫັນ
0