蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອີ​ຣານ​ຮຽກ​ຮ້ອງ​ໃຫ້​ອາ​ເມ​ຣິ​ກາ​ແລະ​ເອີ​ຣົບ​ຍົກ​ເລີກ​ການ​ຂວ້ຳ​ບາດ​ຕໍ່​ອີ​ຣານ ເພື່ອ​ຜ່ອນ​ຄາຍ​ວິ​ກິດ​ການ​ພະ​ລັງ​ງານ​ທົ່ວ​ໂລກ

2021-10-06 14:18:40 CRI

ວັນ​ທີ 5 ຕຸ​ລາ​ນີ້, ໂທ​ລະ​ພາບ​ແຫ່ງ​ຊາດ​ອີ​ຣານ​ລາຍ​ງານ​ວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ຈາ​ວາດ ໂອ​ຈີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ນ້ຳ​ມັນ​ເຊື້ອ​ໄຟ​ອີ​ຣານ​ໄດ້​ຮຽກ​ຮ້ອງໃຫ້​ອາ​ເມ​ຣິ​ກາ​ແລະ​ເອີ​ຣົບ​ຍົກ​ເລີກ​ການ​ຂວ້ຳ​ບາດ​ຕໍ່​ອີ​ຣານ ເພື່ອ​ຜ່ອນ​ຄາຍ​ວິ​ກິດ​ການ​ພະ​ລັງ​ງານ​ທົ່ວ​ໂລກ.

ພາຍຫຼັງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ 21 ຂອງ​ອົງ​ການ​ໂອ​ເປັກ, ທ່ານ​ຈາ​ວາດ ໂອ​ຈີ​ກ່າວ​ໃນ​ວັນ​ທີ 4 ຕຸ​ລາ​ນີ້​ວ່າ: ໃນຫຼາຍ​ປີ​ມາ​ນີ້, ອາ​ເມ​ຣິ​ກາ ແລະ ບາງ​ປະ​ເທດ​ເອີ​ຣົບ​ໄດ້​ກີດ​ຂວາງ​ການ​ສົ່ງ​ອອກ​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ​ອີ​ຣານ​ມາ​ຕະຫຼອດ, ​ນີ້​ບໍ່​ພຽງ​ແຕ່​ໄດ້​ເຮັດ​ໃຫ້​ອີ​ຣານ​ເສຍ​ຄ່າ​ຕອບ​ແທນ​ເທົ່າ​ນັ້ນ, ນະ​ໂຍ​ບາຍ​ແຕ່​ຝ່າຍ​ດຽວ​ແບບ​ນີ້​ກໍ​ໄດ້ສ້າງຜົນ​ກະ​ທົບ​​ໃຫ້​ແກ່​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ແລະ​ເອີ​ຣົບ​ເຊັ່ນ​ກັນ.

ທ່ານ​ຈາ​ວາດ ໂອ​ຈີ​ຍັງກ່າວຕື່ມ​ວ່າ: ອີ​ຣານ​ຍິນ​ດີ​ເພີ່ມ​ຜົນ​​ຜະ​ລິດ​ນ້ຳ​ມັນ​ເຊື້ອ​ໄຟ ແລະ ຮັກ​ສາ​ລາ​ຄາ​ໃນ​ຕະຫຼາດ​ພະ​ລັງ​ງານ​ໃຫ້​ມີ​ຄວາມ​ໝັ້ນ​ທ່ຽງ. ຜູ້​ຕັດ​ສິນ​ນະ​ໂຍ​ບາຍ​ຂອງ​ອາ​ເມ​ຣິ​ກາ​ແລະ​ເອີ​ຣົບ​ຄວນ “ຖອດ​ຖອນ​ບົດ​ຮຽນ”, ຍົກ​ເລີກ​ການ​ຂວ້ຳ​ບາດ​ຕໍ່​ອີ​ຣານ ເພື່ອ​ຜ່ອນ​ຄາຍ​ວິ​ກິດ​ການ​ພະ​ລັງ​ງານ​ທົ່ວ​ໂລກ ແລະ ເຮັ​ດ​ໃຫ້​ປະ​ເທດ​ຕ່າງໆ​ໃນ​ໂລກ​ສາ​ມາດ​ໄດ້​ຮັບ​ພະ​ລັງ​ງານ​ທີ່​ມີ​ລາ​ຄາ​ຖືກກວ່າ​ເກົ່າ.

ຄຳ​ເຫັນ

0