黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ຕາງ​ໜ້າ​ຈີນ​ເຕືອນ​ອາ​ເມ​ຣິ​ກາ​ຄວນ​ປະ​ລະ​ຄວາມ​ຈອງ​ຫອງ​ແລະ​ອະ​ຄະ​ຕິ ຢ່າ​ຜິດ​ແລ້ວ​ຜິດ​ອີກ

2021-10-06 16:00:44 CRI

ວັນ​ທີ 4 ຕຸ​ລານີ້, ຄະ​ນະ​ກຳ​ມະ​ການ​ທີ 3 ຂອງ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝ​ທີ 76 ໄດ້​ສືບ​ຕໍ່​ຈັດ​ກອງ​ປະ​ຊຸມ​ອະ​ພິ​ປາຍ​ທົ່ວ​ໄປ.

ຕໍ່​ກໍ​ລະ​ນີ​ທີ່​ອາ​ເມ​ຣິ​ກາ ແລະ ປະ​ເທດ​ອື່ນ​ຈຳ​ນວນ​ໜ້ອຍ​ໄດ້​ກ່າວ​ຖ້ອຍ​ຄວາມ​ຜິດ​ພາດ ເພື່ອ​ກ່າວ​ໂຈມ​ຕີ ແລະ ​ທຳລາຍ​ບົດບາດ​ຊື່​ສຽງ​ຂອງ​ຈີນ​ໃນ​ບັນ​ຫາ​ທີ່ກ່ຽວ​ພັນ​ເຖິງ​ເຂດ​ຊິ່ນ​ຈ່ຽງ, ຮົງ​ກົງ ແລະ ຕິ​ເບດ, ທ່ານ​ຈ່າງ​ຈຸ່ນ ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ຈີນ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດກ່າວ​ວ່າ: ໂດຍເຈດຕະນາທາງດ້ານການເມືອງຂອງຕົນ, ອາ​ເມ​ຣິ​ກາເສກສັນປັ້ນແຕ່ງໂທດກຳຂອງຈີນ ແລະ ກ່າວຄວາມຫຼອກລວງ ເພື່ອກ່າວໂຈມຕີຈີນຢ່າງໄຮ້ສາລະ. ສິ່ງທີ່ປະຊາຄົມໂລກໃຫ້ຄວາມສົນໃຈນັ້ນ ກໍແມ່ນສະພາບສິດທິມະນຸດຂອງອາເມຣິການັ້ນເອງ. ອາເມຣິກາຢູ່ບໍ່ຢູ່ກໍຍ້ອງໂຕເອງວ່າເປັນ “ຜູ້ປົກປ້ອງ” ປະຊາທິປະໄຕ ແລະສິດທິມະນຸດ, ແຕ່ທີ່ຈິງແລ້ວ ອາເມຣິກາຄືຜູ້ທຳລາຍປະຊາທິປະໄຕ ແລະສິດທິມະນຸດທີ່ໃຫຍ່ທີ່ສຸດໃນໂລກ.

ທ່ານຈ່າງຈຸ່ນ ຍັງຊີ້ອອກວ່າ: ຖ້າວ່າອາເມຣິກາເອົາໃຈໃສ່ບັນຫາສິດທິມະນຸດແທ້, ກໍຄວນປະລະການກະທຳແບບສອງມາດຕະຖານ ແລະ ປິດ​ຫູ​ປິດ​ຕາ​ໂດຍ​ບໍ່​ສົນ​ໃຈ​ກັບ​ຄວາມ​ເປັນ​ຈິງ. ໂລກນີ້ຕ້ອງການສົນທະນາ ແຕ່ບໍ່ແມ່ນການເປັນປໍລະປັກກັນ, ປະເທດຕ່າງໆ ຄວນຮ່ວມມືກັນ ຫາກບໍ່ແມ່ນການສ້າງຄວາມແຕກແຍກກັນ.

ຈີນເຕືອນ​ອາ​ເມ​ຣິ​ກາ ພ້ອມຜູ້ເດີນຕາມຂອງເຂົາ ​ຄວນ​ປະ​ລະ​ຄວາມ​ຈອງ​ຫອງ​ແລະ​ອະ​ຄະ​ຕິຂອງຕົນໄດ້ແລ້ວ, ບໍ່​ຄວນ​ເດີນ​ໄປ​ຕາມ​ເສັ້ນທາງ​ແຫ່ງ​ຄວາມ​ຜິດພາດ​ນັບ​ມື້​ນັບ​ເລິກ​ເຂົ້າ​ໄປ, ຍິ່ງກວ່ານັ້ນ ບໍ່ຄວນຮູ້ວ່າຕົນຜິດແລ້ວແຕ່ກໍບໍ່ແກ້ຜິດ, ປາກບໍ່ຕົງກັບໃຈ, ບໍ່ຄວນເຮັດ​ຜິດ​ແລ້ວ​ຜິດ​ອີກ!

ຄຳ​ເຫັນ

0