尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການຂາດດຸນການຄ້າຂອງອາເມຣິກໃນເດືອນສິງຫາປີນີ້ໄດ້ເພີ່ມຂຶ້ນເປັນສະຖິຕິສູງສຸດໃນປະຫວັດສາດ

2021-10-06 17:14:20 cri

      ວັນທີ 5 ຕຸລານີ້ຕາມເວລາທ້ອງຖິ່ນ, ກະຊວງການຄ້າອາເມຣິກາກ່າວວ່າ: ຍ້ອນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະຄວາມຈຳກັດດ້ານການສະໜອງ, ມູນຄ່າການຂາດດຸນການຄ້າຂອງອາເມຣິກາໃນເດືອນສິງຫາປີນີ້ໄດ້ຖີບຕົວສູງຂຶ້ນ 4,2% ເມື່ອທຽບໃສ່ເດືອນກໍລະກົດ, ບັນລຸເຖິງ 73,3 ຕື້ໂດລາສະຫະລັດ, ສ້າງສະຖິຕິສູງສຸດ,ສູງກວ່າ 70,3 ຕື້ໂດລາສະຫະລັດຂອງເດືອນກໍລະກົດປີ

ນີ້ແລະ 73,2 ຕື້ໂດລາສະຫະລັດຂອງເດືອນມິຖຸນາປີນີ້. ຂະນະດຽວກັນ, ມູນຄ່າຂາເຂົ້າຂາອອກຂອງອາເມຣິກາໄດ້ເພີ່ມຂຶ້ນເລັກໜ້ອຍ,ມູນຄ່າການນຳເຂົ້າາໃນເດືອນສິງຫາປີນີ້ໄດ້ເພີ່ມຂຶ້ນ 1,4% ເມື່ອທຽບໃສ່ເດືອນກໍລະກົດປີນີ້, ບັນລຸເຖິງ 287 ຕື້ໂດລາສະຫະລັດ; ສ່ວນມູນຄ່າການສົ່ງອອກໄດ້ເພີ່ມຂຶ້ນເປັນ 213,7 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 0,5% ເມື່ອທຽບໃສ່ເດືອນກໍລະກົດປີນີ້.
 

      ນັກເສດຖະສາດກ່າວວ່າ: ຄຽງຄູ່ກັບຄວາມຕ້ອງການຂອງຜູ້ບໍລິໂພກຂອງອາເມຣິກາຜ່ອນຄາຍລົງ, ໃນຫຼາຍເດືອນຕໍ່ໜ້າ, ຈັງຫວະການເຕີບໂຕດ້ານການນຳເຂົ້າາຂອງອາເມຣິກາອາດຈະຊ້າລົງ.

ຄຳ​ເຫັນ

0