尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້ຊ່ຽວຊານໄທກ່າວວ່າ: ການຮ່ວມມືດ້ານເຮືອດຳນ້ຳພະລັງນິວເຄລຍລະຫວ່າງອາເມຣິກາ,ອັງກິດແລະອົສຕຣາລີເປັນໄພຂົ່ມຂູ່ຕໍ່ສັນຕິພາບແລະສະຖຽນລະພາບຂອງພາກພື້ນ

2021-10-06 17:09:22 cri

      ຫວ່າງກ່ອນນີ້ບໍ່ດົນ, ທ່ານ ສຸຣະສິດ ຖະນັດທາງ ຫົວໜ້າສູນຄົ້ນຄວ້າຍຸດທະສາດໄທ-ຈີນ ສະຖາບັນຄົ້ນຄວ້າແຫ່ງຊາດໄທກ່າວໃນເວລາໃຫ້ສຳພພາດຕໍ່ນັກຂ່າວວ່າາ: ການຮ່ວມມືດ້ານເຮືອດຳນ້ຳພະລັງນິວເຄລຍລະຫວ່າງອາເມຣິກາ,ອັງກິດແລະອົສຕຣາລີອາດຈະສ້າງຄວາມສ່ຽງດ້ານການແຜ່ຜາຍນິວເຄລຍ,ພ້ອມທັງເປັນໄພຂົ່ມຂູ່ຕໍ່ສັນຕິພາບສະຖຽນລະພາບແລະຄວາມໝັ້ນຄົງຂອງພາກພື້ນອາຊີປາຊີຟິກ.

      ທ່ານ ສຸຣະສິດ ກ່າວວ່າ: ໃນຂອບການພົວພັນຄູ່ຮ່ວມມືດັ່ງກ່າວ, ອົສຕຣາລີຈະມີເຮືອດຳນ້ຳພະລັງນິວເຄລຍເປັນຄັ້ງທຳອິດ, ແລະຈະໄດ້ຮັບການໂອນເຕັກນິກເຊິ່ງນີ້ໝາຍເຖິງອາດຈະໃຊ້ເຕັກນິກນີ້ເຂົ້າໃນການພັດທະນາເຕັກນິກອາວຸດນິວເຄລຍ, ເປັນການສ້າງຄວາມສ່ຽງດ້ານການແຜ່ຜາຍນິວເຄລຍ,ພ້ອມທັງເປັນໄພຂົ່ມຂູ່ຕໍ່ສັນຕິພາບ,ສະຖຽນລະພາບແລະຄວາມໝັ້ນຄົງຂອງພາກພື້ນອາຊີປາຊີຟິກ.

      ທ່ານ ສຸຣະສິດ ຍັງກ່າວຕື່ມວ່າ: ໃນສາຍຕາຂອງຂ້າພະເຈົ້າເອງແລ້ວ, ສິ່ງທີ່ພາກພື້ນອາຊີປາຊີຟິກຕ້ອງການທີ່ສຸດບໍ່ແມ່ນເຮືອດຳນ້ຳພະລັງນິວເຄລຍ,ຫາກແມ່ນການຄົ້ນຄວ້າແລະພັດທະນາທາງທະເລ,ການຊ່ວຍເຫຼືອແລະກູ້ໄພ,ການໂຈມຕີລັດທິກໍ່ການຮ້າຍແລະການກໍ່ອາຊະຍາກຳຂ້າມຊາດກໍຄືການພັດທະນາພະລັງງານສີຂຽວທາງທະເລແລະອື່ນໆ.

ຄຳ​ເຫັນ

0