尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການຂົນສົ່ງທາງລົດໄຟຂອງທົ່ວປະເທດເຂົ້າສູ່ໄລຍະທີ່ມີຈຳນວນຜູ້ໂດຍສານຂາກັບຫຼາຍທີ່ສຸດ

2021-10-07 17:28:58 cri

      ວັນທີ 6 ຕຸລານີ້ແມ່ນມື້ທີ 6 ຂອງໄລຍະພັກວັນຊາດຈີນ. ທາງລົດໄຟທົ່ວປະເທດກໍໄດ້ເຂົ້າສູ່ໄລຍະເວລາທີ່ມີຈຳນ ນວນຜູ້ໂດຍສານຂາກັບຫຼາຍທີ່ສຸດ.


 ຕາມສະຖິຕິຈາກກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນຈຳກັດສະແແດງໃຫ້ເຫັນວ່າ: ວັນທີ 6 ຕຸລານີ້, ທາງລົດໄຟທົ່ວປະເທດຄາດວ່າຈະຂົນສົ່ງຜູ້ໂດຍສານຈຳນວນ 11,55 ລ້ານເທື່ອຄົນ, ເພີ່ມເປີດບໍລິການລົດໄຟໂດຍສານ 1.203 ຂະບວນ.
 

     ພາກສ່ວນທາງລົດໄຟຢູ່ແຫ່ງຕ່າງໆຂອງຈີນກໍໄດ້ເລັ່ງເຮັດວຽກບໍລິການໂດຍປັບປຸງແຜນແລ່ນລົດຂອງລົດໄຟ, ເພີ່ມລົດໄຟໂດຍສານຂະບວນໃໝ່ຢ່າງທັນເວລາ,ເພື່ອຕອບສະໜອງຄວາມຕ້ອງການດ້ານການ

ອອກເດີນທາງຂອງຜູ້ໂດຍສານເທົ່າທີ່ຄວາມສາມາດ.
 

      ໃນຂະນະດຽວກັນ, ພາກສ່ວນທາງລົດໄຟຂອງຈີນຍັງໄດ້ເພີ່ມທະວີການບໍລິການການຂົນສົ່ງຜູ້ໂດຍສານ,ພະຍາຍາມເຮັດໃຫ້ຜູ້ໂດຍສານທັງຫຼາຍເດີນທາງຢ່າງປອດໄພ,ເປັນລະບຽບຮຽບຮ້ອຍແລະມີຄວາມອົບອຸ່ນ.

ຄຳ​ເຫັນ

0